ອັງກິດຫວັງຢາກບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບອາເມລິກາໂດຍໄວພາຍຫຼັງ Brexit

(VOVWORLD) -ດ້ວຍຄວາມປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງດ້ານການຄ້າພາຍຫຼັງ Brexit (ອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ) - ກັບອາເມລິກາ ໂດຍໄວ

ອັງກິດຫວັງຢາກບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບອາເມລິກາໂດຍໄວພາຍຫຼັງ Brexit - ảnh 1ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບປະກອບ: AFP/TTXVN)

ວັນທີ 07 ສິງຫາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ຈັດສົ່ງບັນດາເຈົ້າໜ້າທີ່ການທູດ ແລະ ການຄ້າແຖວໜ້າໄປຍັງວໍຊິງຕັນ ດ້ວຍເນື້ອໃນຈຸດສຸມຂອງການເຮັດວຽກແມ່ນບັນຫາການຄ້າ.

        ໃນການຢ້ຽມຢາມຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດອັງກິດ Dominic Raab ໄດ້ເຈລະຈາກັບຄູ່ຕຳແໜ່ງອາເມລິກາ Mike Pompeo, ໃນຂະນະທີ່ທ່ານນາງລັດຖະມົນຕີການຄ້າສາກົນອັງກິດ Liz Truss ກໍ່ຈະເຂົ້າຮ່ວມບັນດາກອງປະຊຸມກັບບັນດາເຈົ້າໜ້າທີ່ການຄ້າອາເມລິກາ.

        ກ່າວຄຳເຫັນພາຍຫຼັງພົບປະກັບທ່ານປະທານາທິບໍດີອາເມລິກາ D.Trump ແລະ ທ່ານຮອງປະທານາທິບໍດີ Mike Pence ຢູ່ວໍຊິງຕັນ, ທ່ານລັດຖະມົນຕີການຕ່າງປະເທດອັງກິດ Dominic Raab ຢືນຢັນວ່າ, ອັງກິດ ປາດຖະໜາຢາກເຮັດວຽກກັບຄູ່ຮ່ວມມືອາເມລິກາ ເພື່ອກ້າວໄປເຖິງການລົງນາມໃນຂໍ້ຕົກລົງການຄ້າເສລີທີ່ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ ແລະ ຊຸກຍູ້ການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງລວມ.

        ທ່ານນາງລັດຖະມົນຕີການຄ້າສາກົນອັງກິດ Liz Truss ຢືນຢັນວ່າ, ການເຈລະຈາ ແລະ ລົງນາມໃນຂໍ້ຕົກລົງດ້ານການຄ້າເສລີໃໝ່ກັບ ອາເມລິກາ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງລອນດອນ. ອັງກິດ ຢາກຍູ້ໄວບັນດາການເຈລະຈາດ້ານການຄ້າຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ