ອັງກິດ,ອີຣານແຕ່ງຕັ້ງເອກອັກຄະລັດຖະທູດພາຍຫຼັງ5ປີແຫ່ງການພົວພັນເຄັ່ງຕຶງ

ອັງກິດ,ອີຣານແຕ່ງຕັ້ງເອກອັກຄະລັດຖະທູດພາຍຫຼັງ5ປີແຫ່ງການພົວພັນເຄັ່ງຕຶງ - ảnh 1
ສະ​ຖານ​ທູດ​ອັງ​ກິດ ປະ​ຈຳອີ​ຣານ
(ພາບ​ປະ​ກອບ: AFP)

(vovworld)- ໃນ​ວັນ​ທີ 5/9, ອີ​ຣານ ແລະ ອັງ​ກິດ ເປັນຄັ້ງ​ທຳ​ອິດ​​​ໄດ້ແຕ່ງ​ຕັ້ງ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່​ ປະ​ຈຳ​ແຕ່​ລະ​ປະ​ເທດ ​ນັບແຕ່​ພາຍ​ຫຼັງ​ກໍ​ລະ​ນີ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງອີ​ຣານ​ ເຜົາທຳ​ລາຍ​ ​ສະ​ຖານ​ທູດ​ອັງ​ກິດ ປະ​ຈຳ ນະ​ຄອນຫຼວງ Tehran ປີ 2011 ເຮັດ​ໃຫ້​ການ​ພົວ​ພັນລະ​ຫວ່າງສອງ​ປະ​ເທດເຄັ່ງ​ຕຶງ. ສຳ​ນັກ​ຂ່າວສານແຫ່ງລັດ ISNA ຂອງອີ​ຣານ ໄດ້​​ໃຫ້ຂ່າວ​​ວ່າ​ ທ່ານ Hamid Baeidinejad  ທີ່​ຮັບ​ແຕ່ງ​ຕັ້ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອີ​ຣານ ປະ​ຈຳ London.

        ​ໃນ​ຂະ​ນະ​ນັ້ນ, ອັງ​ກິດກໍ່​ໄດ້​ແຕ່ງ​ຕັ້ງ ທ່ານ Nicholas Hopton ອຸ​ປະ​ທູດ​ຊົ່ວ​ຄາວ​ອັງ​ກິດ ປະ​ຈຳ Tehran, ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ທຳ​ອິດ​ຂອງ​ອັງ​ກິດ ປະ​ຈຳ ​ອີ​​ຣານ ໃນ​ໄລ​ຍະ 5 ປີ ຜ່ານ​ມາ.

        ໃນ​ເດືອນ 11/2011, ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ຂອງອີ​ຣານ ນັບ​ພັນໆ​ຄົນ ໄດ້​ບ​ຸກ​ເຂົ້າສະ​ຖານ​ທູດ​ອັງ​ກິດ ປະ​ຈຳ Tehran ພາຍຫຼັງ​ອີ​ຣານ ​ຕົກ​ລົງ​ຫຼຸດ​ລະ​ດັບ​ການ​ພົວ​ພັນທາງ​ການ​ທູດ​ ກັບ​ອັງ​ກິດ ເພື່ອ​ຄັດ​ຄ້ານບັນ​ດາ​ຄຳ​ສັ່ງລົງ​ໂທດ ກ່ຽວ​ກັບ​​ດ້ານການ​ເງິນ​ຂອງ​ອັງ​ກິດ. ຫຼັງ​ຈາກນັ້ນ​ອັງ​ກິດ ໄດ້​ປິດ​ສະ​ຖານ​ທູດ ປະ​ຈຳ Tehran ແລະ ​ອອກ​ຄຳ​ສັ່ງ ປິດ​ສະ​ຖານ​ທູດ​ອີ​​ຣານ ປະ​ຈຳ​ London ​ໃນທັນ​ທີ.

ຂ່າວ/ບົດ​ອື່ນ