ອັງ​ກິດ​ຮຽກ​ຮ້ອງ​ໃຫ້ EU ດັດ​ປ​ັບ ທັດ​ສະ​ນະ​ເພື່ອ​ສ້າງ​​ບຸກ​ທະ​ລຸ​ໃນ​ການ​ເຈ​ລະ​ຈາ​ ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) -ປັດຈຸບັນ, ການເຈລະຈາຍັງບໍ່ທັນບັນລຸໄດ້ໝາກຜົນເຖິງວ່າ ຍັງບໍ່ຮອດສອງອາທິດ, ອັງກິດຈະຢຸດຕິທຸກໆຄວາມຜຸກມັດທີ່ເປັນສະມາຊິກຂອງ EU ຢ່າງເປັນທາງການ.
ອັງ​ກິດ​ຮຽກ​ຮ້ອງ​ໃຫ້ EU ດັດ​ປ​ັບ ທັດ​ສະ​ນະ​ເພື່ອ​ສ້າງ​​ບຸກ​ທະ​ລຸ​ໃນ​ການ​ເຈ​ລະ​ຈາ​ ການ​ພົວ​ພັນ​ສອງ​ຝ່າຍ - ảnh 1ທ່ານ Matt Hancock ລັດຖະມົນຕີກະຊວງສາທາລະນະສຸກ ອັງກິດ (ພາບ: TTXVN) 

ວັນທີ 20 ທັນວາ, ວົງການເຈົ້າໜ້າທີ່ ອັງກິດ ສືບຕໍ່ຮຽກຮ້ອງໃຫ້ສະຫະພາບ ເອີລົບ (EU) ຈົ່ງດັດປັບທັດສະນະເພື່ອເປີດຊ່ອງທາງມຸ່ງໄປສູ່ການບຸກທະລຸໃນການເຈລະຈາກ່ຽວກັບ ການພົວພັນສອງຝ່າຍໄລຍະຫຼັງ Brexit (ໝາຍເຖິງໄລຍະຫຼັງທີ່ອັງກິດຖອນຕົວອອກຈາກ EU). ທ່ານ Matt Hancock ລັດຖະມົນຕີກະຊວງສາທາລະນະສຸກ ອັງກິດ ໄດ້ຢັ້ງຢືນວ່າ ອັງກິດ ຢາກມີໝາກຜົນທີ່ຕັ້ງໜ້ານັ້ນ ແມ່ນບັນລຸໄດ້ຂໍ້ຕົກລົງສະບັບ 1, ແຕ່ວ່າ EU ໄດ້ຍົກອອກບາງຄຳຮຽກຮ້ອງທີ່ໄຮ້ເຫດຜົນ, ບໍ່ເຄົາລົບໝາກຜົນຂອງການລົງປະຊາມະຕິຢູ່ ອັງກິດ. ທ່ານ Hancock ໄດ້ເນັ້ນໜັກວ່າ ສອງຝ່າຍອາດຈະບັນລຸໄດ້ຂໍ້ຕົກລົງ ດ້ວຍເງື່ອນໄຂວ່າ ຝ່າຍ EU ຕ້ອງດັດປັບທັດສະນະຂອງຕົນ.

        ປັດຈຸບັນ, ການເຈລະຈາຍັງບໍ່ທັນບັນລຸໄດ້ໝາກຜົນເຖິງວ່າ ຍັງບໍ່ຮອດສອງອາທິດ, ອັງກິດຈະຢຸດຕິທຸກໆຄວາມຜຸກມັດທີ່ເປັນສະມາຊິກຂອງ EU ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ