ອັງກິດເນັ້ນໜັກເງື່ອນໄຂກ່ຽວກັບການພົວພັນໃນອະນາຄົດກັບອີຢູ

(VOVWORLD) -ວັນທີ 16 ມິຖຸນາ, ອັງກິດ ຖະແຫຼງບໍ່ບັນລຸໄດ້ຂໍ້ຕົກລົງໃດໆກ່ຽວກັບເລື່ອງ ປະເທດນີ້ຖອນອອກຈາກອີຢູ ຫຼື ເອີ້ນວ່າ Brexit, ຖ້າຫາກການພົວພັນໃນອະນາຄົດລະຫວ່າງອັງກິດ ແລະ ອີຢູ ບໍ່ໄດ້ຄິດໄລ່ເຖິງ.

ອັງກິດເນັ້ນໜັກເງື່ອນໄຂກ່ຽວກັບການພົວພັນໃນອະນາຄົດກັບອີຢູ - ảnh 1ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May

(ພາບປະກອບ: EPA/ TTXVN)

ລະອຽດແມ່ນ, ຕາມໂຄສົກກະຊວງຮັບຜິດຊອບບັນຫາ Brexit ຂອງອັງກິດ ແລ້ວ, ເມື່ອກຳນົດວັນເລີ່ມປະຕິບັດຕາມມາດຕາ 50 ຂອງສົນທິສັນຍາ Lisbon, ທັດສະນະຂອງອັງກິດ ຖອນອອກຈາກອີຢູ ແລະ ບັນດາຂໍ້ມາດຕາກ່ຽວກັບການພົວພັນໃນອະນາຄົດຕ້ອງໄດ້ຮັບຄວາມເຫັນດີນຳກັນ. ລອນດອນ ຖືວ່າ, ບໍ່ສາມາດສິ້ນສຸດວິວັດທະນາການຖອນອອກຈາກອີຢູ ໄດ້ໃນຂະນະທີ່ການພົວພັນໃນອະນາຄົດບໍ່ໄດ້ຄິດໄລ່ເຖິງ. ໂຄສົກກະຊວງດັ່ງກ່າວເນັ້ນໜັກວ່າ, ເລື່ອງອັງກິດ ຖອນອອກຈາກ ອີຢູ ແລະ ການພົວພັນອັງກິດ - ອີຢູ ໃນອະນາຄົດ “ມີການກ່ຽວຂ້ອງຢ່າງແໜ້ນແຟ້ນນຳກັນ”.

        ກອນໜ້ານັ້ນ, ວັນທີ 16 ມິຖຸນາ, ລັດຖະບານອັງກິດ ໄດ້ປະກາດກ່ຽວກັບການເຈລະຈາກ່ຽວກັບ Brexit ຈະເລີ່ມໄດ້ຮັບການປະຕິບັດໃນວັນທີ 19 ມິຖຸນາຈະມາເຖິງ, ຖືກຕາມແຜນການທີ່ໄດ້ປະກາດກ່ອນໜ້ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ