ອັງກິດແຕ່ງຕັ້ງເອກອັກຄະລັດຖະທູດຄົນໃໝ່ຢູ່EU

ອັງກິດແຕ່ງຕັ້ງເອກອັກຄະລັດຖະທູດຄົນໃໝ່ຢູ່EU - ảnh 1
ນັກ​ການ​ທູດ​ອາວຸ​ໂສ Tim Barrow (ພາບ: EPA)

(vovworld) - ວັນ​ທີ 4/1, ທ່ານ​ນາຍົກລັດຖະມົນຕີ ອັງກິດ Theresa May ​ໄດ້​ແຕ່ງ​ຕັ້ງ​ນັກ​ການ​ທູດ​ອາວຸ​ໂສ Tim Barrow ​ເປັນ​ເອກ​ອັກຄະ​ລັດຖະທູດ ອັງກິດ​ປະຈຳ​ສະຫະພາບ​ເອີ​ລົບ (EU) , ​ແທນ​ໃຫ້​ທ່ານ Ivan Rogers ຜູ້​ຫາ​ກໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງ.

        ​ໂດຍ​ແມ່ນ​ນັກ​ການ​ທູດ​ອາຊີບ, ທ່ານ Barrow ​ເຄີຍ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ ອັງກິດ​ປະຈຳ ລັດ​ເຊຍ, ອາຍຸ​ການ 2011-2015 ​ແລະ ປະຈຸ​ບັນ​ພວມ​ດຳລົງ​ຕຳ​ແໜ່​ງ​ເປັນ ຜູ້ອຳນວຍການ​ການ​ເມືອງ ສັງກັດ​ກະຊວງ​ການ​ຕ່າງປະ​ເທດ. ​ໃນ​ຖານະ​ຕຳ​ແໜ່​ງນີ້, ທ່ານ Barrow ​ເຂົ້າ​ຮ່ວມ​ການວາງ​ແຜນ ​ແລະ ຜັນ​ຂະຫຍາຍ​ນະ​ໂຍບາຍ​ຫຼາຍ​ຝ່າຍ, ພ້ອມ​ທັງ​ແກ້​ໄຂ​ບັນດາ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ ​ເອີ​ລົບ​ຕາ​ເວັນ​ອອກ ​ແລະ ອາຊີ​ໃຕ້.

ຂ່າວ/ບົດ​ອື່ນ