ອັງກິດແລະ EU ບັນລຸໄດ້ຂໍ້ຕົກລົງ Brexit

(VOVWORLD) -ທ່ານປະທານຄະນະກຳມະການເອີລົບ Jean Claude Juncker ຖະແຫຼງວ່າ, ອັງກິດ ແລະ EU ໄດ້ເຫັນດີເປັນເອກະພາບກັນກ່ຽວກັບຂໍ້ຕົກລົງ Brexit ໃໝ່.

ອັງກິດແລະ EU ບັນລຸໄດ້ຂໍ້ຕົກລົງ Brexit - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບປະກອບ: AFP/TTXVN)

ວັນທີ 17 ຕຸລາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຢັ້ງຢືນວ່າ, ປະເທດນີ້ ແລະ ສະຫະພາບເອີລົບ (EU) ບັນລຸໄດ້ “ຂໍ້ຕົກລົງໃໝ່” ກ່ຽວກັບເລື່ອງອັງກິດ ຖອນອອກຈາກ EU, ຫຼື ເອີ້ນວ່າ Brexit. ໃນສື່ສັງຄົມອອນລາຍ Twitter, ທ່ານນາຍົກລັດຖະມົນຕີ Boris Johnson ເອີ້ນນີ້ວ່າແມ່ນ “ຂໍ້ຕົກລົງໃໝ່ສຸດ” ແລະ ທ່ານຖືວ່າ, ສະພາແຫ່ງຊາດອັງກິດ ຄວນຮັບຮອງເອົາຂໍ້ຕົກລົງ Brexit ໃນວັນທີ 19 ຕຸລາ ເພື່ອໃຫ້ປະເທດນີ້ສາມາດຫັນໄປສູ່ບັນດາບຸລິມະສິດອື່ນ. ໃນຂະນະນັ້ນ, ທ່ານປະທານຄະນະກຳມະການເອີລົບ Jean Claude Juncker ຖະແຫຼງວ່າ, ອັງກິດ ແລະ EU ໄດ້ເຫັນດີເປັນເອກະພາບກັນກ່ຽວກັບຂໍ້ຕົກລົງ Brexit ໃໝ່. ທ່ານຍັງສະແດງຄວາມເຊື່ອໝັ້ນວ່າ, ກອງປະຊຸມສຸດຍອດ EU ຈະຮັບຮອງເອົາຂໍ້ຕົກລົງດັ່ງກ່າວ. ຂໍ້ຕົກລົງດັ່ງກ່າວອາດຈະແກ້ໄຂສະພາບບໍ່ມີທາງອອກຂອງເວທີການເມືອງອັງກິດ ນັບແຕ່ເມື່ອປະເທດນີ້ດຳເນີນການລົງປະຊາມະຕິເພື່ອຖອນຕົວອອກຈາກ EU ເມື່ອປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ