ອັງກິດແລະຝລັ່ງເຫັນດີເພີິ່ມທະວີການຮ່ວມມືຕ້ານIS

ອັງກິດແລະຝລັ່ງເຫັນດີເພີິ່ມທະວີການຮ່ວມມືຕ້ານIS - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ວັນ​ທີ 05/12, ຫ້ອງວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ Francois Hollande ໃຫ້​ຮູ້​ວ່າ: ທ່ານ Hollande ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທ​ລະ​ຊັບ ແລະ ເຫັນ​ດີ​ນຳ​ກັນ​ເພີ່ມ​ທ​ະ​ວີ​ການ​ຮ່ວມ​ມື​ໃນ​ບັ້ນ​ຮົບ​ຕ້ານ​ກຳ​ລັງ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ. ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຕໍ່​ສູ້ ຕ້ານ IS ກວ່າ​ອີກ, ນັບ​ທັງ​ໃນ​ບັ້ນ​ຮົບ​ຢູ່​ຊີ​ຣີ ກໍ​ຄື​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ.

      ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ​ອັງ​ກິດ Michael Fallon ໄດ​້​ມີ​ການ​ຢ້ຽ​ມ​ຢາມ​ເຖິງ​ຖານ​ທີ່​ໝັ້ນຂອງກອງ​ທັບ​ອາ​ກາດ​ລາ​ຊະ​ອາ​ນາ​ຈັກ​ຂອງ​ປະ​ເທດນີ້​ຢູ່​ເກາະ Cyprus.  ກ່າວ​ຄຳ​ເຫັນ​ຕໍ່​ບັນ​ດາ​ພົນ​ທະ​ຫານ, ທ່ານ Fallon ໄດ້​ຕີ​ລາ​ຄາ​ສ​ູງບັ້ນ​ຮົບ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ແນ​ໃສ່​ບັນ​ດາ​ເປົ້າ​ໝາຍ IS ຢູ່​ຊີ​ຣີ. ທ່ານ​ກໍ​ຖື​ວ່າ, ຕ້ອງ​ບຸກ​ໂຈມ​ຕີ​ IS ຢ່າງ​ແຮງກວ່າ​ອີກເພື່ອ​ໃຫ້ “ຖະ​ໜົນ​ອັງ​ກິດ ມີ​ຄວາມ​ປອ​ດ​ໄພ​ກວ່າ”.

ຂ່າວ/ບົດ​ອື່ນ