ອົງການ IAEA ກ່າວ​ປະ​ນາມ ອີຣານ ກ່ຽວກັບ​ບັນດາ​ການ​​ເຄື່ອນ​ໄຫວ ນິວ​ເຄຼຍ

(VOVWORLD) -    ບັນດາປະເທດສະມາຊິກຂອງອົງການພະລັງງານປະລະມານູສາກົນ (IAEA) ວັນທີ 19 ມິຖຸນາ ໄດ້ປ່ອນບັດສໍາລັບມະຕິວ່າດ້ວຍການກ່າວປະນາມ ອີຣານ ບໍ່ໃຫ້ການຮ່ວມມືໃນການສືບສວນກ່ຽວກັບບັນດາການເຄື່ອນໄຫວນິວເຄຼຍຂອງປະເທດນີ້.

     ມະຕິສະບັບດັ່ງກ່າວແມ່ນ ຝລັ່ງ, ເຢຍລະມັນ ແລະ ອັງກິດ ຮຽບຮຽງ ແລະ ໄດ້ຮັບການຮັບຮອງເອົາດ້ວຍຈໍານວນບັດສະໜັບສະໜູນແມ່ນ 25 ບັດ, ບັດຄ້ານ 2 ບັດ ແລະ ບັດຂາວ 7 ບັດ. ມະຕິໄດ້ຍົກອອກມາພາຍຫຼັງບັນດາບົດລາຍງານຂອງທ່ານຜູ້ອໍານວຍການໃຫຍ່ອົງການ IAEA ໃນເດືອນມີນາ ແລະ ເດືອນ ມິຖຸນາ ຖືວ່າ ອີຣານ ຂາດຄວາມຈະແຈ້ງໃນການຕອບຄໍາຖາມຂອງອົງການນີ້ ເຊິ່ງກ່ຽວຂ້ອງເຖິງບັນດາເຊື້ອໄຟນິວເຄຼຍ ທີ່ຍັງບໍ່ທັນໄດ້ປະກາດ ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງນິວເຄຼຍຢູ່ປະເທດນີ້.

        ແລະກໍໃນວັນດຽວກັນ, ກະຊວງການຕ່າງປະເທດ ອີຣານ ກໍ່ໄດ້ກ່າວປະນາມມະຕິຂອງອົງການ IAEA  ເຊິ່ງໃນນັ້ນ ໄດ້ຄໍາຮຽກຮ້ອງໃຫ້ ເຕເຮຣານ ອະນຸຍາດໃຫ້ບັນດາປະເທດສັງເກດການຂອງອົງການນີ້ ໄດ້ສໍາຜັດກັບ 2 ຮາກຖານ ນິວເຄຼຍ. ໂຄສົກກະຊວງການຕ່າງປະເທດ ອີຣານທ່ານ Abbas Mousavi  ໄດ້ປະຕິເສດ “ມາດຕະການດ້ານການເມືອງ ແລະ ບໍ່ມີເຕັກນິກ” ຂອງອົງການ IAEA, ພ້ອມທັງຢັ້ງຢືນວ່າ ອີຣານ ພວມໃຫ້ການຮ່ວມມືກັບ IAEA ຢູ່ໃນລະດັບສູງສຸດ.

ຟ້າມຮວັນ, ນັກຂ່າວ VOV ປະຈໍາ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ