ອົງ​ການ IEA ຄາດ​ຄະ​ເນ​ວ່າ ຄວາມ​ຕ້ອງ​ການ​ນ້ຳ​ມັນ​​ໃນ​ທົ່ວ​ໂລກ​ຈະ​ເພ​ີ່ມ​ຂຶ້ນຄື​ເກົ່າ

(VOVWORLD) -ຄວາມຕ້ອງການນ້ຳມັນທົ່ວໂລກໄດ້ຫຼຸດລົງໃນ 3 ເດືອນຢ່າງລຽນຕິດ ແຕ່ຄວາມຕ້ອງການດັ່ງກ່າວອາດຈະເພີ່ມຂຶ້ນຄືເກົ່າ, ໂດຍຂຶ້ນເຖິງ 1,6 ລ້ານຖັງ ຕໍ່ວັນ ໃນເດືອນຕຸລາ ແລະ ສືບຕໍ່ເພີ່ມຂຶ້ນຈົນຮອດທ້າຍປີ 2021.
ອົງ​ການ IEA ຄາດ​ຄະ​ເນ​ວ່າ ຄວາມ​ຕ້ອງ​ການ​ນ້ຳ​ມັນ​​ໃນ​ທົ່ວ​ໂລກ​ຈະ​ເພ​ີ່ມ​ຂຶ້ນຄື​ເກົ່າ - ảnh 1(ພາບປະກອບ: Reuters)

ຄວາມຕ້ອງການນ້ຳມັນທົ່ວໂລກໄດ້ຫຼຸດລົງໃນ 3 ເດືອນຢ່າງລຽນຕິດໃນສະພາບການຈຳນວນຜູ້ຕິດເຊື້ອໂຄວິດ - 19 ໄດ້ເພີ່ມຂຶ້ນໃນ ອາຊີ ດ້ວຍລະດັບຫຼຸດລົງສະເລ່ຍປະມານ 310.000 ຖັງ ຕໍ່ວັນ. ແຕ່ຄວາມຕ້ອງການດັ່ງກ່າວອາດຈະເພີ່ມຂຶ້ນຄືເກົ່າ, ໂດຍຂຶ້ນເຖິງ 1,6 ລ້ານຖັງ ຕໍ່ວັນ ໃນເດືອນຕຸລາ ແລະ ສືບຕໍ່ເພີ່ມຂຶ້ນຈົນຮອດທ້າຍປີ 2021. ນີ້ແມ່ນຂໍ້ສັງເກດຂອງອົງການພະລັງງານສາກົນ (IEA) ຍົກອອກມາໃນວັນທີ 14 ກັນຍາ.

        ອົງການ IEA ຄາດຄະເນວ່າ ຄວາມຕ້ອງການທົ່ວໂລກ ອາດຈະເພີ່ມຂຶ້ນ 5,2 ລ້ານຖັງຕໍ່ວັນໃນປີນີ້, ຫຼຸດລົງໜ້ອຍໜຶ່ງເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ, ແຕ່ການເຕີບໂຕໃນປີ 2022 ຈະເພີ່ມຂຶ້ນໜ້ອຍໜຶ່ງ, ປະມານ 3,2 ລ້ານຖັງຕໍ່ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ