ອົງ​ການ UNESCO ຈະ​ຈັດ​ພິ​ທີ​ລະ​ນຶກ​ວັນ​ຄ້າຍ​​ວັນເກີດ ແລະ ວັນ​ເຖິງ​ແກ່​ມໍ​ລະ​ນະ​ກຳ​ຂອງ ນັກ​ກະ​ວີ ໂຮ່​ຊວັນ​ເຮືອງ ແລະ ຫງວຽນ​ດິ່ງ​ຈຽວ

(VOVWORLD) -        ໃນປີ 2022, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຈະພ້ອມກັບ ຫວຽດນາມ ຈັດພິທີລະນຶກວັນຄ້າຍວັນເກີດ ແລະ ວັນເຖິງແກ່ມໍລະນະກຳຂອງ ນັກກະວີ ໂຮ່ຊວັນເຮືອງ ແລະ ຫງວຽນດິ່ງຈຽວ. ຂໍ້ຕົກລົງດັ່ງກ່າວໄດ້ຮັບການຮັບຮອງເອົາຈາກອົງການ UNESCO ໃນວາລະປະຊຸມຂອງວັນທີ 23 ພະຈິກ, ໃນຂອບເຂດກອງປະຊຸມ ສະມັດຊາໃຫຍ່ ຄັ້ງທີ 41 ຂອງ UNESCO ທີ່ດຳເນີນໃນລະຫວ່າງວັນທີ 9 ຫາວັນທີ 24 ພະຈິກ ຢູ່ນະຄອນຫຼວງ ປາຣີ, ຝລັ່ງ.
ອົງ​ການ UNESCO ຈະ​ຈັດ​ພິ​ທີ​ລະ​ນຶກ​ວັນ​ຄ້າຍ​​ວັນເກີດ ແລະ ວັນ​ເຖິງ​ແກ່​ມໍ​ລະ​ນະ​ກຳ​ຂອງ ນັກ​ກະ​ວີ ໂຮ່​ຊວັນ​ເຮືອງ ແລະ ຫງວຽນ​ດິ່ງ​ຈຽວ - ảnh 1ກອງປະຊຸມ ສະມັດຊາໃຫຍ່ ຄັ້ງທີ 41 ຂອງ UNESCO (ພາບ: TTXVN)

        ຕີລາຄາກ່ຽວກັບມະຕິທີ່ອົງການ UNESCO ໄດ້ຮັບຮອງເອົາ, ທ່ານນາງເອກອັກຄະລັດຖະທູດ ເລທິຮົ່ງເວິນ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO ຖືວ່າ:

“ເລື່ອງອົງການ UNESCO ຮັບຮອງເອົາມະຕິວ່າດ້ວຍການຮັບຮອງນັກກະວີ ຫງວຽນດິ່ງຈຽວ ແລະ ນັກກະວີຍິງ ໂຮ່ຊັວນເຮືອງ ແມ່ນຄວາມເອກອ້າງທະນົງໃຈ, ຄວາມມ່ວນຊືນ ບໍ່ພຽງແຕ່ສຳລັບແຂວງ ເງະອານ ແລະ ແຂວງ ເບັ້ນແຈ ເທົ່ານັ້ນ ຫາກຍັງແມ່ນຂອງປະຊາຊົນ ຫວຽດນາມ ທຸກຄົນອີກດ້ວຍ. ນີ້ກໍແມ່ນການສະແດງໃຫ້ເຫັນການຮັບຮູ້ຂອງປະຊາຄົມສາກົນ, ຂອງອົງການ UNESCO ທີ່ມີຕໍ່ບັນດາຄຸນຄ່າລວມຂອງຊາດ ຫວຽດນາມ ກ່ຽວກັບວັດທະນະທຳ, ປະຫວັດສາດ ກ່ຽວກັບມູນເຊື້ອການຮ່ຳຮຽນ ກໍຄືແນວຄິດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ການປົດປ່ອຍແມ່ຍິງ ແລະ ສິ່ງດັ່ງກ່າວກໍສອດຄ່ອງກັບຄຸນຄ່າຕ່າງໆ ເຊິ່ງ UNESCO ພວມຊຸກຍູ້”.

        ຫງວຽນດິ່ງຈຽວ ເກີດວັນທີ 1 ກໍລະກົດ 1822, ເຊິ່ງແມ່ນນັກວັດທະນະທຳ, ນັກກະວີໃຫຍ່ຂອງ ຫວຽດນາມ.

        ໂຮ່ຊວັນເຮືອງ (1722 – 1822) ໄດ້ຮັບການຮູ້ຈັກກັນດີວ່າ ເປັນ “ພາລາແຫ່ງກະວີ ນົມ” ຂອງ ຫວຽດນາມ. ບັນດາບົດກະວີຂອງທ່ານນາງ ມີຫຼາຍເນື້ອໃນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ການຕໍ່ສູ້ເພື່ອພາລະກິດປົດປ່ອຍແມ່ຍິງຢູ່ ຫວຽດນາມ.

ກວາງຢຸງ - ນັກຂ່າວ VOV ປະຈຳ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ