ອົງການ ອະນາ​ໄມ​ໂລກ ຮັບຮູ້ ຫວຽດນາມ ​ແກ້​ໄຂ​​ໂລກພະຍາດ Covid – 19 ​ໄດ້​ດີຫຼາຍ

(VOVWORLD) -ອົງການອະນາໄມໂລກ (WHO) ໄດ້ຮັບຮູ້ວ່າ ຫວຽດນາມ ສາມາດແກ້ໄຂບັນຫາເຊື້ອພະຍາດອັກເສບປອດ ທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ໂຄໂຣນາ (Covid – 19) ໄດ້ດີຫຼາຍ.
ອົງການ ອະນາ​ໄມ​ໂລກ ຮັບຮູ້ ຫວຽດນາມ ​ແກ້​ໄຂ​​ໂລກພະຍາດ Covid – 19 ​ໄດ້​ດີຫຼາຍ - ảnh 1 (ພາບປະກອບ: VTV)

        ຕາມແຈ້ງການໂດຍກະຊວງສາທາລະນະສຸກ ໄດ້ຖະແຫຼງໃນວັນທີ 15 ກຸມພາ, ອົງການ WHO ຢັ້ງຢືນວ່າ ຫວຽດນາມ ໄດ້ສະແດງໃຫ້ເຫັນກໍາລັງຄວາມສາມາດໃນການແກ້ໄຂບັນດາບັນຫາການແພດສາທາລະນະສຸກເສີນ, ນັບທັງການເກີດໂລກລະບາດຕິດຕໍ່ສາຍພັນໃໝ່. ໝາກຜົນດັ່ງກ່າວແມ່ນບັນລຸໄດ້ພາຍຫຼັງມີການລົງທຶນ, ເພີ່ມທະວີກໍາລັງຄວາມສາມາດມາເປັນເວລາຫຼາຍປີ ຕາມຄວາມຮຽກຮ້ອງຂອງກົດລະບຽບສາທາລະນະສຸກສາກົນ (2005). ອົງການ WHO ໄດ້ເອີ້ນວ່າ ນີ້ແມ່ນກໍາລັງແຫ່ງຊາດ ໃນການກຽມພ້ອມຮັບມື ແລະ ຄວຍຄຸມບັນດາບັນຫາສາທາລະນະສຸກສຸກເສີນ.

        ເພື່ອຮັບມືກັບເຊື້ອພະຍາດ Covid – 19 ໄດ້ຢ່າງມີປະສິດທິຜົນກວ່ານັ້ນ, ອົງການ WHO ສະເໜີໃຫ້ຫວຽດນາມ ຄວນສືບຕໍ່ມີສະຕິລະວັງຕົວ ແລະ ກຽມພ້ອມຄວບຄຸມເຊື້ອພະຍາດ; ກວດພົບໄວ, ແຍກຢູ່ຕ່າງຫາກ ແລະ ກໍາຈັດບັນດາກໍລະນີຕິດເຊື້ອ ດ້ວຍມາດຕະການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການຕິດເຊື້ອໃຫ້ເໝາະສົມ; ເພີ່ມທະວີການຕິດຕາມກວດກາ, ແບ່ງປັນຂໍ້ມູນຂ່າວສານກັບອົງການ WHO ຢ່າງຈະແຈ້ງ ແລະ ທັນການ ຕາມຄວາມຮຽກຮ້ອງຂອງກົດລະບຽບສາທາລະນະສຸກສາກົນ (2005). 

ຕອບກັບ

ຂ່າວ/ບົດ​ອື່ນ