ອົງການKOICAສ.ເກົາຫຼີໜູນຊ່ວຍລາວກາຍລົບລ້າງຄວາມອຶດຫິວ,ຫລຸດຜ່ອນຄວາມທຸກຍາກ

ອົງການKOICAສ.ເກົາຫຼີໜູນຊ່ວຍລາວກາຍລົບລ້າງຄວາມອຶດຫິວ,ຫລຸດຜ່ອນຄວາມທຸກຍາກ - ảnh 1
ຫ້ອງການ​​ໃຫ້​ຄຳປຶກສາ​ການ​ຄຸ້ມ​ຄອງ​ໂຄງການ​​
ແຫ່ງຄວາມສຸກ​​ແຂວງ ລາວ​ກາຍ
(ພາບ:baolaocai.vn)

(vovworld) –  ວັນ​ທີ 27/5, ອົງການ​ຮ່ວມ​ມື​ສາກົນ ສ.​ເກົາຫຼີ ຢູ່ ຫວຽດນາມ (KOICA) ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ລາວ​ກາຍ ຈັດ​ຕັ້ງ​ພິທີ​​ເປີດ​ສະຫຼອງ “ຫ້ອງການ​​ໃຫ້​ຄຳປຶກສາ​ການ​ຄຸ້ມ​ຄອງ​ໂຄງການ​​ແຫ່ງຄວາມສຸກ​​ແຂວງ ລາວ​ກາຍ”. ຫ້ອງການ​ລວມມີ 12 ສະມາຊິກ. ບັນດາ​ສະມາຊິກ​ຂອງ​ອົງການ​ມີໜ້າ​ທີ່​​ໜູນ​ຊ່ວຍ, ຜັນ​ຂະຫຍາຍ​ການ​ປະຕິບັດ ​ແລະ ຕິດຕາມ​ກວດກາ​ການ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະ​ບົດ, ໜູນ​ຊ່ວຍ​ພັດທະນາ​ເສດຖະກິດ, ລະບົບ​ພື້ນຖານ​ໂຄງ​ລ່າງ​ຮັບ​ໃຊ້​ການ​ພັດທະນາ​ວັດທະນະທຳ,​ ການ​ສຶກສາ,​ ການ​ແພດ; ຍົກ​ສູງ​​ຄວາມ​ສາມາດ​ໃຫ້ພະນັກງານ​ຂັ້ນ​ຮາກ​ຖານ ​ແລະ ຄຸ້ມ​ຄອງ​ລັດ​ຂອງ​ໂຄງການ​ດັ່ງກ່າວ ​ເຊິ່ງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ ປະຕິບັດ​ໃນ​ບໍລິ​ເວນ​ແຂວງ ລາວ​ກາຍ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​, ທ່ານ Chang Jae Yun , ຜູ້ອຳນວຍການ​ແຫ່ງ​ຊາດ KOICA ຢູ່ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ​ໂຄງການ​ແຫ່ງ​ຄວາມສຸກຢູ່ ລາວ​ກາຍ ​ໄດ້​ຮັບ​ການ​ປະຕິບັດ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ແຂວງ ລາວ​ກາຍ ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ, ຜ່ານ​ການ​ຊ່ວຍ​ແຂວງ ລາວ​ກາຍ ກໍ່ສ້າງ​ຊົນນະບົດ​ໃໝ່​ຕາມ​ຮູບ​ແບບ Samuel Undong ຂອງ ສ.​ເກົາຫຼີ. ສະ​ນັ້ນ, ບັນດາ​ສະມາຊິກ​​ໃຫ້​ຄຳ​ປຶກສາ​ຂອງ​ໂຄງການ ຄວນ​ປະຕິບັດ​ບົດບາດ, ໜ້າ​ທີ່​ຂອງ​ຕົນ​ເປັນຢ່າງ​ດີ ​ເພື່ອ​ໃຫ້​ໂຄງການ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ