ອົງການກວດສອບບັນຊີແຫ່ງລັດຫວຽດນາມ - ສະຫະພັນລັດເຊຍ ຍູ້ແຮງການຮ່ວມມື 2 ຝ່າຍ

ອົງການກວດສອບບັນຊີແຫ່ງລັດຫວຽດນາມ - ສະຫະພັນລັດເຊຍ ຍູ້ແຮງການຮ່ວມມື 2 ຝ່າຍ - ảnh 1
(ການ​ນຳ 2 ອົງການ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື 2 ຝ່າຍ​ສະບັບ​ໃໝ່)

(vovworld) – ຄະນະ​ຜູ້​ແທນ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ຮິ​ວວ້ານ, ​ຫົວ​ໜ້າ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດນຳ​ໜ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສະຫະພັນ​ລັດ​ເຊຍ. ວັນ​ທີ 18/11, ຄະນະ​ຜູ້​ແທນ​ໄດ້​ມີ​ການ​ພົບ​ປະ ​ແລະ ​ເຈລະຈາ​ກັບ​ຄະນະ​ການ​ນຳ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ສະຫະພັນ​ລັດ​ເຊຍ ​ໂດຍ​ທ່ານ​ນາງ Tatyana Golikova, ປະທານ​ອົງການກວດ​ສອບ​ບັນຊີ​ສະຫະພັນ​ນຳ​ໜ້າ. ທີ່​ການ​ເຈລະຈາ, ທ່ານ​ນາງ Golikova ​ແລະ ທ່ານ ຫງວຽນ​ຮິ​ວວ້ານ ພ້ອມ​ກັນ​ຫວນ​ຄືນ​ໄລ​ຍະ​ຮ່ວມ​ມື​ລະຫວ່າງ 2 ອົງການ ​ແລະ ມີ​ຄວາມ​ເພິງ​ພໍ​ໃຈ​​ເມື່ອເຫັນ​ວ່າບັນດາ​ການ​ພົວພັນ 2 ຝ່າຍ​ໃນ​ຂົງ​ເຂດກວດ​ສອບ​ບັນຊີ​ພວມ​ນັບ​ມື້​ນັບ​ພັດທະນາ ​ແລະ ຢືນຢັນ​ການ​ເຄື່ອນ​ໄຫວກວດ​ສອບ​ບັນຊີ​​ລວມ​ລັດ​ເຊຍ - ຫວຽດນາມ ພວມ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ ​ແລະ ປັບປຸງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. 2 ຝ່າຍ​ລ້ວນ​ແຕ່​ສະ​ແດງ​ຄວາມ​ກຽມພ້ອມ​ທີ່​ຈະ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດສຳຄັນ​ກວ່າ​ອີກ​ແມ່ນ ບຳລຸງ​ສ້າງ ​ແລະ ບຳລຸງ​ສ້າງ​ພະນັກງານກວດ​ສອບ​ບັນຊີ​​ຄືນ​ໃໝ່. ການ​ນຳ​ອົງການກວດ​ສອບ​ບັນຊີ​​ຫວຽດນາມ ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ​ວຽກ​ງານ​ບຳລຸງ​ສ້າງ ​ແລະ ຮໍ່າຮຽນ​ເອົາ​ບົດຮຽນ​ຂອງ​ລັດ​ເຊຍ ​ໃນ​ການ​ພັດທະນາ​​ປະມວນ​ກົດໝາຍສະບັບ​ໃໝ່​ກ່ຽວ​ກັບອົງການກວດ​ສອບ​ບັນຊີ​ສະຫະພັນ​ລັດ​ເຊຍ, ຕາມ​ນັ້ນ​ແລ້ວ​ເປີດ​ກວ້າງ​ສິດ​ຂອງ​ອົງການ​ຂັ້ນ​ສູງ​ຂຶ້ນ​ກັບ​ຂົງ​ເຂດກວດ​ສອບ​ບັນຊີ​​ຢ່າງ​ເໝາະ​ສົມ​ຢູ່​ຫວຽດນາມ. ການ​ນຳ 2 ອົງການ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື 2 ຝ່າຍ​ສະບັບ​ໃໝ່. ກ່າວ​ຄຳ​ເຫັນ​ພາຍ​ຫຼັງ​ພິທີ​ລົງ​ນາມ, ທ່ານ​ນາງ Golikova ຢືນຢັນ​ວ່າ, ​ເອກະສານສະບັບ​ໃໝ່​ທີ່ຫາ​ກໍ່​ໄດ້​ລົງ​ນາມ​ໃນ​ວັນ​ທີ 18/11 ນີ້ຈະ​ຊຸກຍູ້​ການ​ເຄື່ອນ​ໄຫວ​ລວມລະຫວ່າງ 2 ອົງການ ກໍ່​ຄື​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ລັດ​ເຊຍ - ຫວຽດນາມ ​ເວົ້າ​ລວມກວ່າ​ອີກ.

ຂ່າວ/ບົດ​ອື່ນ