ອົງການການຄ້າ ແລະ ພັດທະນາ ອາເມລິກາ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ກໍ່ສ້າງນະຄອນສະຫລາດ

ອົງການການຄ້າ ແລະ ພັດທະນາ ອາເມລິກາ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ກໍ່ສ້າງນະຄອນສະຫລາດ - ảnh 1
(ພາບປະກອບ / TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 10/03, ທີ່​ການ​ຕ້ອນຮັບ​ທ່ານ David Ross ຜູ້ອຳນວຍການ​ແຫ່ງ​ຊາດ ຫວຽດນາມ ຂອງ​ອົງການ​ການ​ຄ້າ ​ແລະ ພັດທະນາ ອາ​ເມ​ລິ​ກາ (USTDA) ພວມ ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ​ ​ເຈີ່ນ​ຫວີງ​ຕ໋ວຽນ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ສະ​ເໜີ​ວ່າ USTDA ​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ເຫັນ​ໃສ່​​ແຜນຮ່າງສັງ​ລວມ​ກໍ່ສ້າງ​ນະຄອນ ​ໂຮ່ຈີ​ມິນ ກາຍ​ເປັນນະຄອນ​ສະຫລາດ. ການນຳ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ຄະນະ, ຂະ​ແໜງ​ການ​ຂອງ​ນະຄອນ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື, ສ້າງ​ເງື່ອນ​ໄຂ​ໃຫ້​ອົງການ​ການ​ຄ້າ ​ແລະ ພັດທະນາ ອາ​ເມ​ລິ​ກາ ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວສຳ​ຫລວດ, ຊອກ​ຮູ້​ບັນດາ​​ໂອກາດ​ຮ່ວມມື, ໜູນ​ຊ່ວຍ​ໃຫ້​ນະຄອນ​ໃນ​ບັນດາ​ຂົງ​ເຂດ​ລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ