ອົງການກຳມະບານຈັດຕັ້ງບັນດາການເຄື່ອນໄຫວເບິ່ງແຍງດູແລບຸນປີໃໝ່ໃຫ້ຊາວຜູ້ອອກແຮງງານ

(VOVWORLD) - ເນື່ອງໃນໂອກາດບຸນປີໃໝ່ສາກົນ 2019, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງຫລາຍຢ່າງ
ອົງການກຳມະບານຈັດຕັ້ງບັນດາການເຄື່ອນໄຫວເບິ່ງແຍງດູແລບຸນປີໃໝ່ໃຫ້ຊາວຜູ້ອອກແຮງງານ - ảnh 1 (ພາບປະກອບ/TTXVN)

ດ້ວຍຄວາມຫວັງຮັບປະກັນສິດຜົນປະໂຫຍດ ເພື່ອໃຫ້ຊາວຜູ້ອອກແຮງງານໄດ້ຕ້ອນຮັບບຸນປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ, ຄົບຖ້ວນ. ທ່ານ ເງາະຢຸຍຫຽວ ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ໃຫ້ຮູ້ວ່າ:

        ບັນດາຊາວຜູ້ອອກແຮງງານທີ່ບໍ່ໄດ້ຕ້ອນຮັບບຸນປີໃໝ່ຢູ່ບ້ານ ກໍ່ຈະໄດ້ຕ້ອນຮັບບຸນປີໃໝ່ດ້ວຍການເບິ່ງແຍງດູແລຂອງອົງການກຳມະບານ ແລະ ວິສາຫະກິດ. ສະຫະພັນໃຫຍ່ແຮງງານກໍ່ເປັນເສນາທິການໃຫ້ບັນດາການນຳພັກ, ລັດ, ບັນດາລັດຖະມົນຕີ…ຈະພ້ອມກັນໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ກຳມະກອນ, ຊາວຜູ້ອອກແຮງງານ. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າກໍ່ຈະຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ສິລະປະເພື່ອໃຫ້ຊາວຜູ້ອອກແຮງງານມີບັນດາການເຄື່ອນໄຫວລະຫຼິ້ນໃນໂອກາດຕ້ອນຮັບບຸນປີໃໝ່ສາກົນໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ