ອົງ​ການ​​ຈັດ​ຕັ້ງຮ່ວມ​ມື ອິດ​ສະ​ລາມ ຄັດ​ຄ້ານ​ແຜນ​ການ​​ສ້າງສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ ໂດຍ​ອາ​ເມ​ລິ​ກາ​ສະ​ເໜີ​

(VOVWORLD) - ວັນທີ 3 ກຸມພາ, ອົງການຈັດຕັ້ງຮ່ວມມື ອິດສະລາມ (OIC) ໄດ້ຄັດຄ້ານແຜນການສ້າງສັນຕິພາບ ຢູ່ພາກຕາເວັນອອກກາງ ໂດຍທ່ານ Donald Trump ປະທານາທິບໍດີອາເມລິກາສະເໜີ, ພ້ອມທັງຮຽກຮ້ອງ 57 ປະເທດສະມາຊິກບໍ່ສະໜັບສະໜູນການປະຕິບັດເອກະສານດັ່ງກ່າວ. 
ອົງ​ການ​​ຈັດ​ຕັ້ງຮ່ວມ​ມື ອິດ​ສະ​ລາມ ຄັດ​ຄ້ານ​ແຜນ​ການ​​ສ້າງສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ ໂດຍ​ອາ​ເມ​ລິ​ກາ​ສະ​ເໜີ​ - ảnh 1ກອງປະຊຸມ OIC ຢູ່ Istanbul ປະເທດ ຕວັກກີ (ພາບ: AFP/TTXVN

ຖະແຫຼງການທີ່ກອງປະຊຸມຂອງ OIC ຢູ່ ນະຄອນ Jeddah, ອາຣັບບິ ຊາອູດິ, OIC ຄັດຄ້ານແຜນການຂອງ ອາເມລິກາ ແລະ ອິດສະຣາແອັນຍ້ອນວ່າ ສິ່ງນີ້ບໍ່ຕອບສະໜອງຄວາມມຸ່ງຫວັງພື້ນຖານ ແລະ ບັນດາສິດຜົນປະໂຫຍດອັນຊອບທຳ ຂອງ ປະຊາຊົນ ປາແລັດສະຕິນ, ກໍ່ຄືໄປຝຶນກັບ ຂະບວນວິວັດການສ້າງສັນຕິພາບ. OIC ຕາງໜ້າໃຫ້ແກ່ຊາວອິດສະລາມກ່ວາ 1,5 ຕື້ຄົນໃນໂລກ ຢັ້ງຢືນອີກຄັ້ງໜຶ່ງເຖິງການສະໜັບສະໜູນຕາເວັນອອກ Jerusalem ເປັນນະຄອນຫຼວງຂອງປະເທດ ປາແລດສະຕິນ ໃນອະນາຄົດ. OIC ເນັ້ນໜັກວ່າ ສັນຕິພາບພຽງແຕ່ສາມາດບັນລຸໄດ້ເມື່ອອິດສະລາແອັນຢຸດຕິການຢຶດຄອງ, ກໍ່ຄືຖອນທະຫານອອກຈາກຜືນແຜ່ນດິນຂອງ ປາແລດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ