ອົງການຕົ້ນໄມ້ສັນຕິພາບ ຕັ້ງໜ້າໜູນຊ່ວຍວຽກງານເກັບກູ້ລະເບີດຍັງບໍ່ທັນແຕກຢູ່ຫວຽດນາມ

ອົງການຕົ້ນໄມ້ສັນຕິພາບ ຕັ້ງໜ້າໜູນຊ່ວຍວຽກງານເກັບກູ້ລະເບີດຍັງບໍ່ທັນແຕກຢູ່ຫວຽດນາມ - ảnh 1
(ພາບປະກອບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 04/04, ທ່ານ Robert Stokes, ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ “Peace Tree Vietnam” (ອົງການ​ຕົ້ນ​ໄມ້​ສັນຕິພາບ) ​ໄດ້​ຢືນຢັນວ່າ ຈະຕັ້ງ​ໜ້າ​ໜູນ​ຊ່ວຍ​ວຽກ​ງາ​ນເກັບກູ້ລະ​ເບີດ​ບໍ​ທັນ​ແຕກ​ຢູ່​ຫວຽດນາມ ​ໃນ​ການ​ເຮັດ​ວຽກ​ກັບ​ທ່ານ ຫງວຽນ​ເຕີມ​ຈ໋ຽນ, ປະທານ​ສະພາ​ຫວຽດນາມ - ອາ​ເມ​ລິ​ກາ, ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

        ທ່ານ Robert Stokes ​ໃຫ້​ຮູ້​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ຊ​ອກຮູ້​ສະພາບ​ການ​ຂອງ​ຫວຽດນາມ ​ແລະ ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ, ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົ່ງ​ຄາມ​ໂດຍ​ອາ​ເມ​ລິ​ກາ​ ກໍ່ຂຶ້ນຢູ່​ຫວຽດນາມ ຜ່ານ​ບັນດາ​ການ​ພົບ​ປະ, ​ເຮັດ​ວຽກກັບ​ບາງ​ອົງການ​ຈັດ​ຕັ້ງຂອງ​ຫວຽດນາມ, ພົບ​ປະ​ແລກປ່ຽນ, ພົບ​ປະ​ກັບ​ປະຊາຊົນ, ນັກຮົບ​ເກົ່າຫວຽ​ດນາມ, ສົມທົບ​ກັບ​ການ​ສຳ​ຫຼວດຕົວ​ຈິງ​ໂຄງການ​ຂອງ​ອົງການ​ຕົ້ນ​ໄມ້​ຂຽວ ຢູ່​ແຂວງ​ກວາງ​ຈິ້. ຄະນະ​ຜູ້​ແທນ​ໄດ້​ໄປ​​ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ, ກວາງ​ຈິ້, ​ເທື່ອ​ທຽນ​​ເຫ​ັ໋ວ, ດາ​ນັ້ງ, ກວາງ​ນາມ.  ​ບັນດາຜູ້​ແທນ​ໄດ້​ສະ​ແດງ​ຄວາມ​ສົນໃຈ​ເຖິງ​ບັນດາໂຄງການ​ເຊິ່ງອົງການ​ຕົ້ນ​ໄມ້​ສັນຕິພາບ ​ໄດ້​ປະຕິບັດ​ເມື່ອ​ປີ 1995 ມາ​ຮອດ​ປະຈຸ​ບັນ​ຢູ່​ບັນ​ດາ​ແຂວງ​ພາກ​ກາງ ​ແລະ ​ໃຫ້​ຮູ້​ວ່າ ຈະ​ສືບ​ຕໍ່​ການ​ຂົນ​ຂວາ​ຍ, ຊອກ​ຫາແຫຼ່ງທຶນ​ໃຫ້​ແກ່​ບັນ​ໂຄງການ​ພວມ​ປະຕິບັດ​ຢູ່​ພາກ​ກາງ​ຫວຽດນາມ ​ຕື່ມ​ອີກ.

ຂ່າວ/ບົດ​ອື່ນ