ອົງການຕາງໜ້າກະຊວງ ຕຳຫຼວດຫວຽດນາມ ປະຈຳລາວ ຈັດພິທີ ຕ້ອນຮັບບຸນປີໃໝ່ ປີມະເມຍ 2014

ອົງການຕາງໜ້າກະຊວງ ຕຳຫຼວດຫວຽດນາມ ປະຈຳລາວ ຈັດພິທີ ຕ້ອນຮັບບຸນປີໃໝ່ ປີມະເມຍ 2014 - ảnh 1
ທ່ານຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ສົມ​ແກ້ວ ສີ​ລາ​ວົງ
ອວຍພອນບຸນ​ປີ​ໃໝ່ ປີມະ​ເມຍ 2014
(ພາບ: vietnamplus.vn)


(vovworld) - ຕອນ​ຄໍ່າ​ວັນ​ທີ 17/01, ຢູ່​ນະ​ຄອນຫຼວງ​ວຽງ​ຈັນ, ອົງການ​ຕາງໜ້າ​ກະຊວງ​ຕຳຫຼວດ​ຫວຽດນາມ ປະຈຳ​ລາວ ​ໄດ້ຈັດພິທີ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ ປີມະ​ເມຍ 2014.

        ​ໂດຍ​ຕາງ​ໜ້າ​ໃຫ້​ນາຍ​ພົນ, ນາຍ​ຕຳຫຼວດ​ກຳລັງ​ຕຳຫຼວດ​ຫວຽດນາມ ປະຈຳ​ລາວ, ພົນ​ຈັດ​ຕາ​ວາ ​ເລ​ຮ່າ​ຢຸງ ​ໃຫ້​ຮູ້​ວ່າ ​ໃນ​ປີຜ່ານມາ, ການ​ຮ່ວມ​ມື​ລະຫວ່າງ 2 ກະຊວງບັນລຸ​ໄດ້​ຜົນງານ​ອັນ​ດັນ​ດີງາມ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ວຽກ​ງານ​ຮັບປະ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ 2 ປະ​ເທດ. ຕາງໜ້າ​ໃຫ້​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ, ທ່ານ​ກຳມະການສູນ​ກາງພັກ​ປະຊາຊົນ​ປະຕິວັດ​ລາວ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ສົມ​ແກ້ວ ສີ​ລາ​ວົງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກຂອບ​ໃຈ​ຕໍ່​ພັກ, ລັດຖະບານ​ ​ແລະ ກະຊວງ​ຕຳຫຼວດ​ຫວຽດນາມ ທີ່​ໄດ້​​ໃຫ້ການ​ຊ່ວຍ​ເຫຼືອ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ​ລາວ ​ໃນ​ຫຼາຍ​ປີຜ່ານມາ, ຕີ​ລາຄາ​ສູງ​ອົງການ​ຕາງໜ້າ​ກະຊວງ​ຕຳຫຼວດ​ຫວຽດນາມ ປະຈຳ​ລາວ​ ທີ່​ໄດ້​ຕັ້ງໜ້າເປັນ​ເຈົ້າ​ການຈັດ​ຕັ້ງ​ການ​ປະຕິບັດ​ເນື້ອ​ໃນ​ຮ່ວມ​ມື​ລະຫວ່າງ 2 ກະຊວງ ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ສັດ​ຊື່​ບໍລິສຸດ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ​ທີ່​ຫາ​ຍາກ​ລະຫວ່າງ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ