ອົງການທຸຕານຸທູດ ຫວຽດນາມ ປະຈຳຕ່າງປະເທດຈັດຕັ້ງພິທີໄວ້ອາໄລປະທານປະເທດ ເຈິ່ນດ້າຍກວາງ

(VOVWORLD) - ວັນທີ 26 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດຕັ້ງພິທີໄວ້ອາໄລທ່ານປະທານປະເທດແຫ່ງ ສສ. ຫວຽດນາມ ເຈິ່ນດ້າຍກວາງ.

ທີ່ພິທີໄວ້ອາໄລ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ດັ້ງມິງຄອຍ ໄດ້ຊີ້ແຈ້ງວ່າສຳລັບການພົວພັນລະຫວ່າງ ຫວຽດນາມ - ຈີນ, ໃນບັນດາຖານະຕຳແໜ່ງທີ່ແຕກຕ່າງກັນ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ມີບັນດາການປະກອບສ່ວນຢ່າງໃຫຍ່ຫລວງ, ປະກອບສ່ວນຊຸກຍູ້ ແລະ ເຮັດໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ຈີນ ຢ່າງເລິກເຊິ່ງ. ແລະກໍ່ໃນວັນທີ 26 ກັນຍາ, ເອກອັກຄະລັດຖະທູດບັນດາປະເທດ ລາວ, ກຳປູເຈຍ, ສິງກະໂປ, ຟີລິບປິນ, ກູບາ, ລັດເຊຍ, ໂປໂລຍ, ມົງໂກນ, ແບນຊິກ, ການາດາ…ກໍ່ໄດ້ມາໄວ້ອາໄລ, ແບ່ງເບົາຄວາມເສົ້າສະຫຼົດໃຈກັບໝູ່ຄະນະພະນັກງານສະຖານທູດ ຫວຽດນາມ ປະຈຳ ຈີນ.

ອົງການທຸຕານຸທູດ ຫວຽດນາມ ປະຈຳຕ່າງປະເທດຈັດຕັ້ງພິທີໄວ້ອາໄລປະທານປະເທດ ເຈິ່ນດ້າຍກວາງ - ảnh 1 ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ດັ້ງມິງຄອຍ

        ວັນທີ 26 ກັນຍາ, ທີ່ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ ໂດຍສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຈັດຕັ້ງ. ຕາງໜ້າກະຊວງການຕ່າງປະເທດ ອາເມລິກາ, ທ່ານ Patricia Mahoney ຜູ້ຮັກສາການຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ ທ່ານປະທານປະເທດ ເຈິ່ນດ້າຍກວາງ ແມ່ນການນຳທີ່ມີຄວາມສຸດຈິດສຸດໃຈຕໍ່ວຽກງານ, ເປັນເພື່ອນທີ່ດີຂອງ ອາເມລິກາ, ຍາມໃດກໍ່ສະໜັບສະໜູນ ແລະ ເປີດກ້ວາງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ.

ອົງການທຸຕານຸທູດ ຫວຽດນາມ ປະຈຳຕ່າງປະເທດຈັດຕັ້ງພິທີໄວ້ອາໄລປະທານປະເທດ ເຈິ່ນດ້າຍກວາງ - ảnh 2 ພິທີໄວ້ອາໄລທ່ານປະທານປະເທດແຫ່ງ ສສ. ຫວຽດນາມ ເຈິ່ນດ້າຍກວາງ ຢູ່ ລັດເຊຍ

        ວັນທີ 26 ກັນຍາ ຢູ່ປະເທດ ສະວິດ, ຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນຢູ່ ເຊີແນວ ໄດ້ຈັດຕັ້ງພິທີໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ. ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາສະຖານທູດ, ຄະນະທູຕານຸທູດບັນດາປະເທດ ແລະ ການນຳບັນດາອົງການຈັດຕັ້ງສາກົນປະຈຳ ເຊີແນວ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສະວິດ ໄດ້ມາໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ ເປັນຈຳນວນຫລວງຫລາຍ ໃນນັ້ນມີຫົວໜ້າຫ້ອງວ່າການສະຫະປະຊາຊາດຢູ່ ເຊີແນວ, ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ກູບາ, ເຢຍລະມັນ, ແບນຊິກ, ສປປ.ເກົາຫຼີ, ບຸນກາຣີ, ສິງກະໂປ…

ອົງການທຸຕານຸທູດ ຫວຽດນາມ ປະຈຳຕ່າງປະເທດຈັດຕັ້ງພິທີໄວ້ອາໄລປະທານປະເທດ ເຈິ່ນດ້າຍກວາງ - ảnh 3 ພິທີໄວ້ອາໄລທ່ານປະທານປະເທດແຫ່ງ ສສ. ຫວຽດນາມ ເຈິ່ນດ້າຍກວາງ ຢູ່ ເຊັກໂກ

        ສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ອັງກິດ ກໍ່ໄດ້ລຸດທຸງລົງເຄິ່ງເສົາ, ຈັດຕັ້ງພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ ໃນລະຫວ່າງວັນທີ 26 – 27 ກັນຍາ.

       ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ ກໍ່ໄດ້ດຳເນີນໃນວັນທີ 26 – 27 ກັນຍາ ຢູ່ລາຊະອານາຈັກ ແບນຊິກ, ການາດາ, ອາກຊັງຕິນ, ສ.ເຊັກໂກ, ຢູແກຼນ, ມາເລເຊຍ, ຮົງກົງ (ຈີນ), ຕວກກີ, ອິນເດຍ, ອິດສະຣາແອັນ, ນິວຊີແລນ ເຊິ່ງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ