ອົງການທີ່ປຶກສາ PUM ຮອນລັງ ຖື ຫວຽດນາມ ແມ່ນຈຸດສຸມບຸລິມາສິດໃນປີ 2017-2018

(VOVWORLD) - ວັນທີ 5 ຕຸລາ, ທ່ານນາງ ໂງທິຮ່ວາ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮອນລັງ ໄດ້ໃຫ້ການຕ້ອນຮັບທ່ານ Sven Dekker, ຜູ້ປະສານງານແຫ່ງຊາດຂອງອົງການ PUM

ອົງການທີ່ປຶກສາ PUM ຮອນລັງ ຖື ຫວຽດນາມ ແມ່ນຈຸດສຸມບຸລິມາສິດໃນປີ 2017-2018 - ảnh 1 ທ່ານນາງ ໂງທິຮ່ວາ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮອນລັງ

ຕ້ອນຮັບທ່ານ Sven Dekker, ຜູ້ປະສານງານແຫ່ງຊາດຂອງອົງການ PUM

(ພາບ: dangcongsan.vn)

ຮັບຜິດຊອບກ່ຽວກັບ ຫວຽດນາມ ແລະ ທ່ານທ່ານນາງ Kim Nagtegaal, ພະນັກງານລາຍການຫວຽດນາມ, ເພື່ອແລກປ່ຽນກ່ຽວກັບແຜນການພັດທະນາການເຄື່ອນໄຫວຮ່ວມມືລະຫວ່າງ PUM ກັບ ຫວຽດນາມ. ນະທີ່ນີ້, ທ່ານ Sven Dekker ໃຫ້ຮູ້ວ່າ. ດ້ວຍເກືອບ 30 ປີເຄື່ອນໄຫວຢູ່ ຫວຽດນາມ, PUM ໄດ້ໜູນຊ່ວຍໃຫ້ຫຼາຍໂຄງການໃນຂົງເຂດທີ່ແຕກຕ່າງກັນຢູ່ ຫວຽດນາມ, ພິເສດແມ່ນບັນດາວິສາຫະກິດເອກະຊົນຂະໜາດກາງ ແລະ ນ້ອຍ, ບັນດາສະພາ, ມະຫາວິທະຍາໄລ ແລະ ໂຮງຮຽນສອນວິຊາຊີບ, ໂຮງໝໍ…ດ້ວຍຄວາມສາມາດຜັນຂະຫຍາຍຢ່າງມີໄຫວພິກ ແລະ ໃນໄລຍະສັ້ນ, ບັນດານັກຊ່ຽວຊານຂັ້ນສູງ ຮອນລັງ ໂດຍ PUM ສົ່ງມາ ຫວຽດນາມ ຈະໜູນຊ່ວຍ ແລະ ແບ່ງປັນບົດຮຽນ, ວິຊາສະເພາະໃຫ້ບັນດາໂຄງການໃໝ່ຂອງ ຫວຽດນາມ ເພື່ອຮັບປະກັນໃຫ້ໂຄງການໄດ້ຮັບການພັດທະນາຢ່າງໝັ້ນຄົງ. ໃນນັ້ນຢູ່ ຫວຽດນາມ PUM ຈະສຸມໃສ່ວຽກງານບຳລຸງສ້າງວິຊາຊີບ ແລະ ແນະນຳອາຊີບ, ກະສິກຳ, ເຮືອນສວນ, ບັນດາໂຄງການເລີ່ມທຸລະກິດ, ການທ່ອງທ່ຽວ…

ທ່ານນາງ ໂງທິຮ່ວາ ຢືນຢັນວ່າ, ໃນໄລຍະຈະມາເຖິງ, ສະຖານທູດ ຫວຽດນາມຈະສົມທົບກັນຢ່າງແໜ້ນແຟ້ນກັບ PUM ເພື່ອມີຫຼາຍໂຄງການຂອງ ຫວຽດນາມ ໄດ້ຮັບການຮ່ວມມື ແບ່ງປັນບົດຮຽນຈາກບັນດາຜູ້ຊ່ຽວຊານຂອງ PUM.

ຕອບກັບ

ຂ່າວ/ບົດ​ອື່ນ