ອົງການທ່ອງທ່ຽວໂລກແລະບັນດາປະເທດກ່າວປະນາມຢ່າງຮຸນແຮງເຫດວາງລະເບີດຢູ່ໄທ

ອົງການທ່ອງທ່ຽວໂລກແລະບັນດາປະເທດກ່າວປະນາມຢ່າງຮຸນແຮງເຫດວາງລະເບີດຢູ່ໄທ - ảnh 1
(ພາບປະກອບ: AP)

(vovworld) – ​ໃນ​ຖະ​ແຫຼ​ງການ​ວັນ​ທີ 18/08, ທ່ານ​ເລຂາທິການ​ໃຫຍ່​ຂອງ​ອົງການ​ທ່ອງ​ທ່ຽວ​ສາກົນ Taled Riifai ​ໄດ້​ກ່າວ​ປະນາມ​​ເຫດ​ວາງ​ລະ​ເບີ​​ດຢູ່​ນະຄອນ​ຫຼວງ​ບາງ​ກອກ, ປະ​ເທດ​​ໄທ ​ໃນ​ວັນ​ທີ 17/08, ຊຶ່ງຖື​ວ່າ ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ແນ​ໃສ່​ທຳລາຍ​ການ​ດຳ​ລົງ​ຊີວິດ ​ແລະ ພື້ນຖານ​ເສດ​ຖະກິດ​ໂດຍ​ກົງ​, ພິ​ເສດ​ແມ່ນ​ຂະ​​ແໜງ​ທ່ອງ​ທ່ຽວປາຍ​​ແຫຼມ​ຂອງ​ໄທ. ພ້ອມ​ກັບ​ຫຼາຍ​ປະ​ເທດ​ຄື: ອົດສຕາ​ລີ, ມາ​ເລ​ເຊຍ, ສິງ​ຄະ​​ໂປ, ຫວຽດນາມ… ວັນ​ທີ 18/08, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ເຢຍລະ​ມັນ Frank Steinmeier ກໍ​​ໄດ້ກ່າວ​ປະນາມ​ການ​ກະທຳ​ທີ່​​​ໂຫຮ້າຍ​ຂອງ​ຜູ້​ວາງ​ລະ​ເບີດ ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ໄທ ຊອກ​ຫາ​​ໄດ້ຕົວ​ການ​ໂດຍ​​ໄວ.

ຂ່າວ/ບົດ​ອື່ນ