ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ກວດ​ກາ​ຮາ​ກ​ຖາ​ນ​ນິວ​ເຄຼຍ​ແຫ່ງ​ທີ 2 ຂອງ ອີ​ຣານ

(VOVWORLD) -ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ໄດ້ໄປກວດກາຮາກຖານນິວເຄຼຍແຫ່ງທີ 2  ເຊິ່ງເປັນໜຶ່ງໃນ 2 ຮາກຖານນິວເຄຼຍປິດລັບທີ່ຖືກສົງໄສຢູ່ ອີຣານ.
ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ກວດ​ກາ​ຮາ​ກ​ຖາ​ນ​ນິວ​ເຄຼຍ​ແຫ່ງ​ທີ 2 ຂອງ ອີ​ຣານ - ảnh 1ຮາກຖານນິວເຄຼຍຢູ່ ອີຣານ  (ພາບ: IRNA/TTXVN) 

ວັນທີ 30 ກັນຍາ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ໄດ້ໄປກວດກາຮາກຖານນິວເຄຼຍແຫ່ງທີ 2  ເຊິ່ງເປັນໜຶ່ງໃນ 2 ຮາກຖານນິວເຄຼຍປິດລັບທີ່ຖືກສົງໄສຢູ່ ອີຣານ ຖືກຕ້ອງຕາມຂໍ້ຕົກລົງລະຫວ່າງອົງການນີ້ ກັບ ເຕເຮຣານ ທີ່ບັນລຸໄດ້ເມື່ອເດືອນແລ້ວນີ້ ເພື່ອແນໃສ່ແກ້ໄຂສະພາບການຈົນຕາແຈໃນບັນດາການເຈລະຈາກ່ຽວກັບການສຳຜັດກັບຮາກຖານດັ່ງກ່າວ.

        ໃນຖະແຫຼງການສະບັບໜຶ່ງ, ອົງການ IAEA ເນັ້ນໜັກວ່າ ເນື້ອໃນສ່ວນໜຶ່ງຂອງຂໍ້ຕົກລົງ ກັບ ອີຣານ ແມ່ນເພື່ອແກ້ໄຂບັນດາບັນຫາປະຕິບັດຄວາມປອດໄພ ເຊິ່ງອົງການ IAEA ໄດ້ກຳນົດໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ