ອົງ​ການ​ພາ​ສີ ຫວຽດ​ນາມ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ ​ບັ້ນ​ເຄື່ອນ​ໄຫວ ມັງ​ກອນ ແມ່​ນ້ຳ​ຂອງ ໄລ​ຍະ​ທີ 6 ປີ 2024

(VOVWORLD) - ມັງກອນ ແມ່ນ້ຳຂອງ ແມ່ນບັນດາບັ້ນເຄື່ອນໄຫວລວມ ລະຫວ່າງບັນດາອົງການພາສີ ແລະ ອົງການປະຕິບັດກົດໝາຍ ຂອງພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບການຕ້ານການຄ້າເຖື່ອນ ແບບຜິດກົດໝາຍຄື ຢາເສບຕິດ, ສັດປ່າ, ຕົ້ນໄມ້ປ່າ.
ອົງ​ການ​ພາ​ສີ ຫວຽດ​ນາມ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ ​ບັ້ນ​ເຄື່ອນ​ໄຫວ ມັງ​ກອນ ແມ່​ນ້ຳ​ຂອງ ໄລ​ຍະ​ທີ 6 ປີ 2024 - ảnh 1ພາບປະກອບ: TTXVN

ວັນທີ 12 ມິຖຸນາ, ກົມໃຫຍ່ພາສີ ໃຫ້ຮູ້ວ່າ, ບັ້ນເຄື່ອນໄຫວ ມັງກອນ ແມ່ນ້ຳຂອງໄລຍະທີ 6” ປີ 2024 (OMD 6) ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຕາມທິດຍົກລະດັບ, ເປີດກວ້າງຂອບຂະໜາດຜັນຂະຫຍາຍບັ້ນ, ເພີ່ມທະວີບັນດາການເຄື່ອນໄຫວແບ່ງປັນຂໍ້ມູນ, ການຮ່ວມມືສືບສວນພາຍຫຼັງການຈັບຕົວ ເພື່ອຄົ້ນພົບບັນດາການຄ້າເຖື່ອນ, ຂົນສົ່ງຢາເສບຕິດ ແລະ ສັດປ່າ, ຕົ້ນໄມ້ປ່າຂ້າມຊາຍແດນໂດຍໄວ. ໄລ່ຮອດປັດຈຸບັນ, OMD 6 ໄດ້ຮັບຄວາມເຫັນດີເຫັນພ້ອມເຂົ້າຮ່ວມຂອງ 25 ອົງການພາສີ ແລະ ບັນດາອົງການປະຕິບັດກົດໝາຍ ແລະ ອົງການຈັດຕັ້ງສາກົນ.

ມັງກອນ ແມ່ນ້ຳຂອງ ແມ່ນບັນດາບັ້ນເຄື່ອນໄຫວລວມ ລະຫວ່າງບັນດາອົງການພາສີ ແລະ ອົງການປະຕິບັດກົດໝາຍ ຂອງພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບການຕ້ານການຄ້າເຖື່ອນ ແບບຜິດກົດໝາຍຄື ຢາເສບຕິດ, ສັດປ່າ, ຕົ້ນໄມ້ປ່າ ແລະ ບັນດາຜະລິດຕະພັນຈາກສັດປ່າ, ຕົ້ນໄມ້ປ່າ ໃນທຸກເສັ້ນທາງໂດຍອົງການພາສີ ຫວຽດນາມ ແລະ ອົງການພາສີ ຈີນ ຮ່ວມສ້າງຂຶ້ນ ແລະ ເລີ່ມປະຕິບັດ. ມາຮອດປັດຈຸບັນ, ບັ້ນເຄື່ອນໄຫວ ໄດ້ປະຕິບັດສຳເລັດ 5 ໄລຍະ (ນັບແຕ່ປີ 2018 - 2023). ນັບແຕ່ປີ 2022, ບັ້ນເຄື່ອນໄຫວໄດ້ຮັບການນຳເຂົ້າໃນຖະແຫຼງການຮ່ວມ ຫວຽດນາມ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ