ອົງການສືບລາຊະການລັບເຢຍລະມັນກ່າວເຕືອນກ່ຽວກັບກະແສຟອງບຸກໂຈມຕີກໍ່ການຮ້າຍໃໝ່

ອົງການສືບລາຊະການລັບເຢຍລະມັນກ່າວເຕືອນກ່ຽວກັບກະແສຟອງບຸກໂຈມຕີກໍ່ການຮ້າຍໃໝ່ - ảnh 1
ສະໜາມບິນ Atatulk ພາຍຫຼັງເຫດບຸກໂຈມຕີ
(ພາບ: AP)

(vovworld) – ​ເຢຍລະ​ມັນ​ກ່າວ​ເຕືອນ​ບັນດາ​ການ​ບຸກ​ໂຈ​ມຕີ​ຂອງ​ທະຫານ​ກະບົດ​ຊາວ​ ມຸດ​ສະ​ລິ​ມ ພວມ​ກໍ່​ໃຫ້​ເກີດ​ໄພ​ນາບ​ຂູ່​ຕໍ່​ຄວາມ​ປອດ​ໄພ​ຢ່າງ​ສູງ​ສຸດ​ສຳລັບ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ແລະ ບັນດາ​ກໍລະນີ​ທີ່​ຄ້າຍຄື​ກັບ​ການ​ຍິງປືນ, ​ເຂັ່ນ​ຂ້າ ​ແລະ ວາງ​ລະ​ເບີດ​ຢູ່ Istanbul, ປະ​ເທດ​ຕວກກີ ​ໃນ​ອາທິດ​ນີ້​ມີ​ໄພ​ຈະ​ເກີດ​ຂຶ້ນ​ຢູ່ ​ເຢຍລະ​ມັນ. ວັນ​ທີ 2/7, ຫົວໜ້າ​ອົງການ​ສືບ​ລາຊະ​ອາ​ລັບ​ພາຍ​ໃນ​ປະ​ເທດ ​ເຢຍລະ​ມັນ (BfV) ທ່ານ Hans Georg Maassen ຮັບ​ຮູ້ວ່າ: ບັນດາ​ກຳລັງປ້ອງ​ກັນ​ຄວາມ​ສະຫງົບ​ບໍ່​ສາມາດ​ຮັບປະກັນ​ວ່າ​ຈະ​ສະກັດ​ກັ້ນ​ບັນດາ​ການ​ບຸກ​ໂຈມ​ຕີ​ຄ້າຍຄື​ກັນຢູ່ Istanbul ຈະ​ເກີດ​ຂຶ້ນ​ຢູ່​​ດິນ​ແດນ ​ເຢຍລະມັນ. ທ່ານ Hans Georg Maassen ​ຕັກ​ເຕືອນວ່າ ບັນດາ​ໄຊ​ຊະນະ​ດ້ານ​ການ​ທະຫານ​​ໄລຍະ​ມໍ່ໆ​ມາ​ນີ້​ຂອງ​ທະຫານ​ປະສົມ​ຕໍ່​ອົງການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ຢູ່ ຊີຣີ ​ແລະ ອີຣັກ ບໍ່​ເຮັດ​ໃຫ້ IS ທໍ້ຖອຍ​ໃຈ. IS ຍັງ​ຄົງ​ມຸ່ງ​ໄປ​ເຖິງ​ບັນດາ​​ເປົ້າ​ໝາຍ​ກໍ່​ການ​ຮ້າຍ​ຢູ່ ​ເອີ​ລົບ.


ຂ່າວ/ບົດ​ອື່ນ