ອົງການສາກົນພາສາຝຣັ່ງ:ແກ້ໄຂບັນຫາທະເລຕາເວັນອອກບົນພື້ນຖານກົດໝາຍສາກົນ

ອົງການສາກົນພາສາຝຣັ່ງ:ແກ້ໄຂບັນຫາທະເລຕາເວັນອອກບົນພື້ນຖານກົດໝາຍສາກົນ - ảnh 1
Logoຂອງອົງການສາກົນພາສາ ຝຣັ່ງ
(ພາບປະກອບ)

(vovworld) – ອົງການ​ສາກົນ​ພາສາ ຝຣັ່ງ ​ມີ​ຈົດໝາຍ​ທາງ​ການສົ່ງ​ເຖິງ​ຄະນະ​ຜູ້​ແທນ​ຂອງ ຫວຽດນາມ ປະຈຳອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ຂອງ ສປຊ (UNESCO) ຢູ່ ຝຣັ່ງ “ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຢ່າງ​ຮຸນ​ແຮງ​ຕໍ່ໜ້າ​ບັນດາ​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກເມື່ອ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ​ໃນ​ຈົດໝາຍ​ທາງ​ການ, ອົງການ​ນີ້​ຮຽກຮ້ອງ​ໃຫ້ທຸກ​ຝ່າຍ​ກ່ຽວຂ້ອງ​ຈົ່ງລະງັບ​ໃຈ​ຢ່າງ​ສູງ​ສຸດ ​ແລະ ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ດ້ວຍ​ມາດ​ຕະການ​ສັນຕິພາບ, ຜ່ານ​ການ​ໂອ້​ລົມ​ສົນທະນາ ​ແລະ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ.​​.​.​”

    ກ່ອນ​ໜ້າ​ນັ້ນ, ວັນ​ທີ 28/5/2014, UNESCO ກໍ່​ມີ​ຈົດໝາຍ​ທາງ​ການສົ່ງ​ເຖິງ​ຄະນະ​ຜູ້​ແທນ​ຫວຽດນາມ ຢູ່ UNESCO ​ໂດຍ​ເນັ້ນ​ໜັກ​ວ່າ: “ພ້ອມ​ກັບ​ທ່ານ​ເລຂາທິການ​ໃຫຍ່ ສປຊ, UNESCO ສະ​ແດງຄວາມ​ວິຕົກ​ວັງ​ວົນ​ຕໍ່ໜ້າ​ຄວາມ​ເຄັ່ງ​ຕຶງ​ພວມ​ເພີ່ມ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຮຽກຮ້ອງ​ບັນ​ດາ​ຝ່າຍ​ກ່ຽວຂ້ອງຈົ່ງ​ລະງັບ​ໃຈ​ຢ່າງ​ສູງ​ສຸດ, ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ດ້ວຍ​ມາດ​ຕະການ​ສັນຕິພາບ, ຜ່ານ​ການ​ໂອ້​ລົມ​ສົນທະນາ ​ແລະ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີກົດ​ບັດ ສປຊ.”


ຂ່າວ/ບົດ​ອື່ນ