ອົງການອຸຕຸນິຍົມອິນໂດເນເຊຍ: ເຮືອບິນຂອງ AirAsia ຖືກອຸບັດຕິເຫດ ຍ້ອນອາກາດບໍ່ດີ

ອົງການອຸຕຸນິຍົມອິນໂດເນເຊຍ: ເຮືອບິນຂອງ AirAsia ຖືກອຸບັດຕິເຫດ ຍ້ອນອາກາດບໍ່ດີ - ảnh 1
(ພາບປະກອບ: Reuters)

(vovworld) – ວັນ​ທີ 04/01, ອົງການ​ອຸຕຸນິຍົມ​ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ, ​ອາກາດ​ທີ່​ບໍ່​ດີ​ແມ່ນ​ສາຍ​ເຫດ​ພາ​ໄປ​ເຖິງ​ເກີດ​ເຫດ​​ເຮືອບິນ​ໝາຍ​ເລກ QZ 8501 ຂອງ​ບໍລິສັດ​ການບິນ AirAsia ຖືກ​ຕົກ ຢູ່​ທະ​ເລ Java ​ເມື່ຶອວັນ​ທີ 28/12. ຕາມ​ບົດ​ລາຍ​ງານທີ່​ໄດ້​ລົງ​ໃນ​​ເວັບ​ໄຊຂອງ​ອົງການ​ດັ່ງກ່າວ, ​ເຮືອບິນ​ອາດ​​ໄດ້​ບິນ​ເຂົ້າ​ເຂດ​ລົມພະຍຸ ​ແລະ ​ເຮັດ​ໃຫ້​ເຄື່ອງ​ຈັກ​ຖືກ​ເປ​່ເພ. ອົງການ​ອຸຕຸນິຍົມ​ອິນ​ໂດ​ເນ​ເຊຍ ຖື​ວ່າ, ປະຈຸ​ບັນ​ຍັງ​ບໍ່​ທັງ​ຮູ້​ສາຍ​ເຫດ​ພາ​ໄປ​ເຖິງ​ເຮືອບິນ​ຖືກ​ຕົກ, ​ແຕ່​ສາຍ​ເຫດ​ເບື້ອງ​ຕົ້ນ​ອາດ​ຈະ​​ແມ່ນ​ຍ້ອນ​ອາກາດບໍ່​ດີ.

        ວັນ​ທີ 04/01, ບັນດາ​ການ​ເຄື່ອນ​ໄຫວ​ຊອກ​ຫາ​ຊາກເຮືອບິນ​ແຕກ ​ແລະ ຜູ້​ໂດຍສານ​ເຊີຍ​ຊີວິດ​ຍັງ​ສືບ​ຕໍ່​ໄດ້ຮັບ​ການ​ປະຕິບັດຢູ່​.

ຂ່າວ/ບົດ​ອື່ນ