ອົງ​ການອົບ​ພະ​ຍົບ​ສາ​ກົນ ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

(VOVWORLD) - ອົງການ IOM ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບ ຫວຽດນາມ. IOM ແລະ ຫວຽດນາມ ມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືໃນບັນດາກົນໄກສາກົນ, ພິເສດແມ່ນໃນບັນດາຂົງເຂດແຮງງານເຄື່ອນຍ້າຍ, ຕິດພັນກັບການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບຕໍ່ການອົບພະຍົບ ດ້ວຍການປະຕິບັດບັນດາເປົ້າໝາຍພັດທະນາ, ເພີ່ມທະວີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ອົງ​ການອົບ​ພະ​ຍົບ​ສາ​ກົນ ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ - ảnh 1ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ (ພາບ: TTXVN)

ຢູ່ ເຊີແນວ (ສະວິດ), ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າສາກົນ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ ເຊີແນວ ໃນວັນທີ 18 ພະຈິກ ໄດ້ມີການພົບປະເຮັດວຽກກັບທ່ານນາງ Amy Pope, ຜູ້ອຳນວຍການໃຫຍ່ອົງການອົບພະຍົບສາກົນ (IOM).

ທີ່ການພົບປະ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ຢັ້ງຢືນຄືນວ່າ ຫວຽດນາມ ສະໜັບສະໜູນ ແລະ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືກັບ IOM ໃນການປະຕິບັດຂໍ້ຕົກລົງທົ່ວໂລກກ່ຽວກັບການຍົກຍ້າຍຖິ່ນຖານ (GCM); ບັນດາກະຊວງ, ຄະນະ, ຂະແໜງການຂອງ ຫວຽດນາມ ຍາມໃດກໍໃຫ້ບຸລິມະສິດ, ເອົາໃຈໃສ່, ສົມທົບກັນ ເພື່ອຮັບປະກັນວິທີສຳຜັດລະຫວ່າງຂະແໜງໃນການແກ້ໄຂບັນດາສິ່ງທ້າທາຍຕໍ່ການອົບພະຍົບ.

ຜູ້ອຳນວຍການໃຫຍ່ IOM, ທ່ານນາງ Amy Pope, ຢັ້ງຢືນວ່າ ອົງການ IOM ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບ ຫວຽດນາມ. IOM ແລະ ຫວຽດນາມ ມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືໃນບັນດາກົນໄກສາກົນ, ພິເສດແມ່ນໃນບັນດາຂົງເຂດແຮງງານເຄື່ອນຍ້າຍ, ຕິດພັນກັບການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບຕໍ່ການອົບພະຍົບ ດ້ວຍການປະຕິບັດບັນດາເປົ້າໝາຍພັດທະນາ, ເພີ່ມທະວີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ