ອົງການ​ອະນາ​ໄມ​ໂລກ​ ກ່າວ​ເຕືອນ​ສະພາບ​ການ​ຂາດ​​ແຄນ​ເລືອດ​ສະ​ສົມ

(VOVWORLD) -ປະລິມານການສະໜອງເລືອດປັດຈຸບັນພວມຂາດແຄນຢ່າງໜັກໜ່ວງ ຍ້ອນວ່າ ປັດຈຸບັນ ມີຮາກຖານຮັບເລືອດຫຼາຍແຫ່ງຍັງປິດປະຕູ ຍ້ອນໂລກລະບາດໂຄວິດ - 19.
ອົງການ​ອະນາ​ໄມ​ໂລກ​ ກ່າວ​ເຕືອນ​ສະພາບ​ການ​ຂາດ​​ແຄນ​ເລືອດ​ສະ​ສົມ - ảnh 1(ພາບປະກອບ: : AFP/TTXVN)

  ເນື່ອງໃນໂອກາດວັນບໍລິຈາກເລືອດສາກົນ ຄືວັນທີ 14 ມິຖຸນາ, ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນບັນດາປະເທດ ຕ້ອງເພີ່ມທະວີການລົງທຶນເຂົ້າໃນການສື່ສານເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມສໍາຄັນຂອງການບໍລິຈາກເລືອດໃນສະພາບການຂາດແຄນເລືອດສະສົມ ເຊິ່ງນັບມື້ນັບຂາດຫຼາຍຍ້ອນໂລກລະບາດໂຄວິດ - 19.

        ທ່ານນາງ Matshidiso Moeti ຜູ້ອໍານວຍການພາກພື້ນ ອາຟະລິກາ ຂອງ WHO ໃຫ້ຮູ້ວ່າ ປະລິມານການສະໜອງເລືອດປັດຈຸບັນພວມຂາດແຄນຢ່າງໜັກໜ່ວງ ຍ້ອນວ່າ ປັດຈຸບັນ ມີຮາກຖານຮັບເລືອດຫຼາຍແຫ່ງຍັງປິດປະຕູ ຍ້ອນໂລກລະບາດໂຄວິດ - 19. ນອກຈາກນັ້ນ, ຄໍາສັ່ງປິດລ້ອມ ຍັງສືບຕໍ່ໄດ້ດໍາເນີນຢູ່ຫຼາຍປະເທດ ກໍຄື ຈິດຕະສາດຢ້ານຕິດເຊື້ອ ອັນໄດ້ເຮັດໃຫ້ປະຊາຊົນຫຼາຍຄົນບໍ່ຢາກເຂົ້າຮ່ວມການບໍລິຈາກເລືອດຢູ່ສະຖານທີ່ຕ່າງໆ.


ຕອບກັບ

ຂ່າວ/ບົດ​ອື່ນ