ອົງ​ການ​ອະ​ນາ​ໄມ​ໂລກ ກ່າວ​ເຕືອນ​​ເຊື້ອ​ໄວ​ຣັດ H5N8 ອາ​ດ​ຈະ​ແຜ່ຈາກ​ໄກ່ ​ສູ່​ຄົນ

(VOVWORLD) -ໄລ່ມາຮອດປັດຈຸບັນ, ຍັງບໍ່ມີຫຼັກຖານໃດກ່ຽວກັບເລື່ອງ ເຊື້ອໄວຣັດດັ່ງກ່າວຈະເຮັດໃຫ້ເປັນພະຍາດໜັກ ຫຼືວ່າ ຈະມີການຕິດເຊື້ອຈາກຄົນສູ່ຄົນຫຼືບໍ.
ອົງ​ການ​ອະ​ນາ​ໄມ​ໂລກ ກ່າວ​ເຕືອນ​​ເຊື້ອ​ໄວ​ຣັດ H5N8 ອາ​ດ​ຈະ​ແຜ່ຈາກ​ໄກ່ ​ສູ່​ຄົນ - ảnh 1(ພາບປະກອບ: AFP/TTXVN)

ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃນຕອນບ່າຍວັນທີ 3 ມີນາ ໃຫ້ຮູ້ວ່າ, ອົງການອາຫານ ແລະ ການກະເສດ ຂອງ ສປຊ (FAO) ແລະ ອົງການອະນາໄມໂລກ (WHO) ຢູ່ ຫວຽດນາມ ໄດ້ອອກແຈ້ງການສື່ມວນຊົນ ຮຽກຮ້ອງໃຫ້ ລັດຖະບານ ຫວຽດນາມ ແລະ ວົງຄະນະຍາດ ຈົ່ງມີສະຕິລະວັງຕົວຕໍ່ຄວາມສ່ຽງ ເຊື້ອໄວຣັດ  H5N8 ອາດຈະແຜ່ຈາກສັດປີກສູ່ຄົນ, ພາຍຫຼັງທີ່ກວດພົບມີກຳມະກອນ 7 ຄົນ ຢູ່ ຟາມລ້ຽງໄກ່ ຢູ່ ລັດເຊຍ ຖືກຕິດເຊື້ອໄວຣັດ H5N8. 7 ກໍລະນີດັ່ງກ່າວ ລ້ວນແຕ່ບໍ່ສະແດງອາການຫຍັງໝົດ. ໄລ່ມາຮອດປັດຈຸບັນ, ຍັງບໍ່ມີຫຼັກຖານໃດກ່ຽວກັບເລື່ອງ ເຊື້ອໄວຣັດດັ່ງກ່າວຈະເຮັດໃຫ້ເປັນພະຍາດໜັກ ຫຼືວ່າ ຈະມີການຕິດເຊື້ອຈາກຄົນສູ່ຄົນຫຼືບໍ, ເພາະສະນັ້ນ, ບັນດາກໍລະນີຕິດເຊື້ອດັ່ງກ່າວ  ແມ່ນຍ້ອນເຊື້ອຈາກສັດປີກແຜ່ມາສູ່ຄົນ.

        ຢູ່ຫວຽດນາມ, ໂຄງການຕິດຕາມຂອງກົມສັດຕະວະແພດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ) ຍັງບໍ່ເຄີຍກວດພົບເຊື້ອໄວຣັດ H5N8 ເທື່ອ. ເລີ່ມແຕ່ປີ 2021, ກົມສັດຕະວະແພດ ຈະເພີ່ມທະວີການກວດວິໄຈເຊື້ອໄວຣັດ H5N8 ໃນໂຄງການຕິດຕາມພະຍາດໄຂ້ຫວັດສັດປີກແຫ່ງຊາດ. FAO ແລະ WHO ຫວຽດນາມ ກໍສະເໜີໃຫ້ຜູ້ລ້ຽງສັດປີກ ຕ້ອງເພີ່ມທະວີບັນດາມາດຕະການປ້ອງກັນຄວາມປອດໄພຊີວະສາດຢູ່ເຂດລ້ຽງ ເພື່ອຫຼຸດຜ່ອນຄວາມສ່ຽງເຊື້ອໄວຣັດແຊກຊຶມ.

ຕອບກັບ

ຂ່າວ/ບົດ​ອື່ນ