ອົງການອ້າຍນ້ອງ ອິດສະລາມ ພຽງແຕ່ປອງດອງໄດ້ ຖ້າຫາກທ່ານ Morsi ໄດ້ຮັບຕຳແໜ່ງຄືນໃໝ່

ອົງການອ້າຍນ້ອງ ອິດສະລາມ ພຽງແຕ່ປອງດອງໄດ້ ຖ້າຫາກທ່ານ Morsi ໄດ້ຮັບຕຳແໜ່ງຄືນໃໝ່ - ảnh 1
ທ່ານ​ປະທານາທິບໍດີ ຜູ້​ຖືກ​ປົດ​ຕຳ​ແໜ່​ງ Mohamed Morsi
(ພາບປະກອບຈາກອິນເຕີເນັດ)

(vovworld) – ວັນ​ທີ 8/7, ອົງການ​ອ້າຍ​ນ້ອງ ອິດສະ​ລາມ (MB) ຖ​ະ​ແຫຼ​ງ: ພ້ອມ​ແລ້ວ​ທີ່​ຈະ​ຮັບ​ຮູ້​ບັນ​ດາ​ຂໍ້​ລິ​ເລີ່​ມປອງ​ດອງ​ຊາດ ດ້ວຍ​ເງື່ອນ​ໄຂ​ທ່ານ​ປະທານາທິບໍດີ ຜູ້​ຖືກ​ປົດ​ຕຳ​ແໜ່​ງ Mohamed Morsi ​ໄດ້​ຮັບ​ສິດບໍລິຫານ​ປະ​ເທດ ອີ​ຢິບ ຄືນ​ໃໝ່. ​ໃນ​ຖະ​ແຫຼ​ງການ​ໜຶ່ງ, MB ຊີ້​ແຈ້ງວ່າ: ​ອົງການ​ນີ້ “ພ້ອມ​ແລ້ວ​ທີ່​ຈະຮັບ​ຮູ້​ບັນດາ​ຂໍ້​ລິ​ເລີ່​ມ,ຕາມ​ນັ້ນ​ແລ້ວ, ຮຽກ​ຮ້ອງ​ຟື້ນ​ຟູ​ລັກສະ​ນະ​ຖືກ​ຕ້ອງຕາ​ມກົດໝາຍ​ຊອງ​ປະທານາທິບໍດີ, ລັດຖະທຳ​ມະນູນ (ທີ່​ພວມ​ຖືກ​ຢຸດຕິ​ນັ້ນ), ສະພາ Shura (ສະພາ​ສູງ) ຖືກ​ຍົກ​ເລີກ”. ຖະ​ແຫຼ​ງການ​ເນັ້ນ​ໜັກ​ວ່າ: ພາຍຫຼັງ​ປະທານາທິບໍດີ ຜູ້​ຖືກ​ປົດ​ຕຳ​ແໜ່​ງ ທ່ານ Mohamed Morsi ກຳ​ອຳນາດຄືນ​ໃໝ່, ທ່ານ​ຈະ​ເລີ່​ມປະຕິບັດ​ການ​​ໂອ້​ລົມ​ສົນທະນາ​ກັບປະ​ຊາ​ຊົນ​ກ່ຽວ​ກັບບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ “​​ແນ​ໃສ່​ຫລີກ​ລ້ຽງ​ບໍ່ໃຫ້​ປະຊາຊົນ ອີ​ຢິບ ຖືກນອງ​ເລືອດອີກ ​ແລະ ນຳ​ປະ​ເທດ​ອອກ​ຈາກ​ສະພາບຄວາມ​ມືດ​ມົວ”. MB ກໍ່​ຮຽກ​ຮ້ອງ​ດຳ​ເນີນ​ການ “ລຸກ​ຮື​ຂຶ້ນ”, ພ້ອມ​ທັງ​ກະຕຸກ​ຊຸກຍູ້​ປະຊາ​ຄົມ​ໂລກ​​ເຂົ້າ​ຮ່ວມ​ເພື່ອ​ແນ​ໃສ່​ສະກັດ​ກັ້ນບໍ່​ໃຫ້​ເກີດ​ສະພາບ “ຊີຣີ ​​ແບບໃໝ່”, ພາຍຫຼັງ​ກຳລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຢິບ ​ຍິງ​ປືນ ​ແລະ ຍິງ​​ແກັດ​ນ້ຳ​ຕາ​ແນ​ໃສ່​ຍົກ​ເລີກ​ກຸ່ມ​ຄົນ​ແຫ່​ຂະ​ບວນສະໜັບສະໜູນ​ປະທານາທິບໍດີ​ຜູ້​ຖືກ​ປົດ​ຕຳ​ແໜ່​ງ Morsi, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 42 ຄົນ​ເສຍ​ຊີວິດ ​ແລະ 322 ຄົນ​ຮັບ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ