ອົງການຮ່ວມມື ຊຽງໄຮ້ ເພີ່ມທະວີການຮ່ວມມືພາຍໃນກຸ່ມ

ອົງການຮ່ວມມື ຊຽງໄຮ້ ເພີ່ມທະວີການຮ່ວມມືພາຍໃນກຸ່ມ  - ảnh 1
ປະມຸກລັດບັນດາປະເທດ​ສະມາຊິກ​ຂອງ​ອົງການ​ຮ່ວມ​ມື ​ຊຽງ​ໄຮ້ (ຫຼື SCO)
(ພາບ: Reuters)

(vovworld) -ກອງ​ປະຊຸມ​ສຸດ​ຍອດ ອົງການ​ຮ່ວມ​ມື ​ຊຽງ​ໄຮ້ (ຫຼື SCO) ​ຄັ້ງ​ທີ 12 ​ໄດ້​ອັດ​ລົງ​ໃນ​ວັນ​ທີ 7/6 ຢູ່ ນະຄອນຫລວງ ປັກກີ່​ງ ປະ​ເທດ​ຈີນ ພາຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ. ປະ​ມຸກ​ລັດ​ບັນດາ​ປະ​ເທດ SCO ​ໄດ້​ລົງ​ນາມ​ໃນ​ເອກະສານ 10 ສະບັບ ​ແລະ ຮັບຮອງ​ເອົາ​ຖະ​ແຫລ​ງການ​ຮ່ວມ. ປະມຸກ​ລັດບັນດາ​ປະ​ເທດ​ສະມາຊິກ SCO ​ໄດ້​ຮັບຮອງ​ເອົາ​ຂໍ້​ຕົກລົງ​ກ່ຽວ​ກັບ​ເລື່ອງ​ມອບ​ຂໍ້ກຳນົດ​ກ່ຽວ​ກັບນັກ​ສັງ​ເກດ​ການ​ຂອງSCO ໃຫ້​ແກ່ ອາບ​ກາ​ນິສະຖານ ​ແລະ ມອບຂໍ້​ກຳນົດ​ຄູ່​ຮ່ວມ​ມື​​ເຈລະຈາ ໃຫ້​​ແກ່ ຕວກກີ, ຮັບຮອງ​ເອົາ​ຂໍ້​ຕົກລົງ​ແຕ່​ງຕັ້ງທ່ານ Dmitri Mezentsev ຊາວ ລັດ​ເຊຍ ​ເປັນ​ເລຂາທິການ SCO. ​ໃນ​ຖະ​ແຫລ​ງການ​ຮ່ວມ ປະມຸກ​ລັດບັນດາ​ປະ​ເທດ​ສະມາຊິກ SCO ຄັດຄ້ານ​ການ​ແຊກ​​ແຊງ​ທາງ​ການ​ທະຫານ​ເຂົ້າ​ວຽກ​ງານ​ຢູ່ ອາຊີ​ຕາ​ເວັນ​ອອກ​ໃກ້ ​ແລະ ອາ​ຟຼິກາ​ເຫນືອ, ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ສາກົນ​ຈົ່ງ​ເຄົາລົບ​ບັນດາ​ຫລັກການ​ພື້ນຖານ​ຂອງ​ກົດ​ບັດ​ສະ​ຫະປະຊາ​ຊາດ ​ແລະ ມາດຕະຖານ​ຂອງກົດໝາຍສາກົນ.

ກ່ອນຫນ້ານັ້ນ, ຕອນ​ບ່າຍ​ວັນ​ທີ 6/6, ທ່ານ​ປະທານ​ປະ​ເທດ​ຈີນ ຫູ​ຈີນ​ເທົ່າ ​ແລະ ປະທານາທິບໍດີ 5 ປະ​ເທດ​ສະມາຊິກ​ຂອງ​ອົງການ​ຮ່ວມ​ມື ​ຊຽງ​ໄຮ້ (ຫຼື SCO) ​ແມ່ນ ລັດ​ເຊຍ, Kazakhstan, Kyrgyzstan, Tagikixtan ​ແລະ Uzbekistan ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ລັບ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ SCO ຄັ້ງ​ທີ 12 ທີ່​ແກ່ຍາວ​ເປັນ​ເວລາ 2 ວັນ. ວາລະ​ປະຊຸມ​ໄດ້​ດຳ​ເນີນ​ທີ່​ຫໍ​ປະຊຸມ​ສະພາ​ຜູ້​ແທນປະຊາຊົນແຫ່ງ​ຊາດ​ຈີນ ຢູ່​ນະຄອນຫຼວງ ປັກ​ກິ່ງ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ປະ​ເທດ ຈີນ ຫູ​ຈີນ​ເທົ່າ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ປະທານ​ປະ​ເທດ ຫູ​ຈີນ​ເທົ່າ ຖື​ວ່າ: ທີ່ກອງ​ປະຊຸມ SCO ຄັ້ງ​ນີ້, ບັນດາ​ປະ​ເທດ​ສະມາຊິກ ຄວນ​ກຳນົດ​ທິດ ກໍ​ຄື​ວາງຈຸດໝາຍ​ພັດທະນາ​ຂອງ​ອົງການ ​ໃນ 10 ປີ​ຈະ​ມາ​ເຖິງ ຢ່າງ​ຈະ​ແຈ້ງ. ບັນດາ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮັບ​ຮູ້​ລວມ, ຊອກ​ຫາ​ທິດ​ພັດທະນາ​ໃໝ່​ໃຫ້​ແກ່​ອົງການ​ຕາມ​ທິດ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ໃຫ້​ແກ່​ບັນດາ​ປະ​ເທດ​ສະມາຊິກ, ພ້ອມ​ທັງ​ປະກອບສ່ວນ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ ​ໂລກ. ການ​ນຳ ຈີນ ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ 4 ຂໍ້ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ສະມາ​ຊິກ SCO ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການ​ພັດທະນາ​ສັນຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ສາມັກຄີ.​.​.​ ປະມຸກ​ລັດ​ບັນດາ​ປະ​ເທດ​ສະມາ​ຊິກ SCO ລ້ວນ​ແຕ່​ເຫັນ​ດີ​ເປັນ​​ເອກະສັນ​ກັນ​ຖື​ວ່າ: ​ທາງອົງການ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ, ພ້ອມ​ກັນ​ຮັບ​ມື​ກັບ​ວິ​ກິດ​ການ ​ແລະ ການ​ທ້າ​ທາຍ, ຮັກສາ​ຄວາມ​ໝັ້ນຄົງ, ຄວາມ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.
ຂ່າວ/ບົດ​ອື່ນ