ອົງການຮ່ວມມືສາສະໜາ ມຸດສະລິມ ຢຸດຕິຖານະ ເປັນສະມາຊິກຂອງຊີຣີ

ອົງການຮ່ວມມືສາສະໜາ ມຸດສະລິມ ຢຸດຕິຖານະ ເປັນສະມາຊິກຂອງຊີຣີ - ảnh 1
ທີ່ກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການ OIC
( ພາບຈາກອີນເຕີແນດ )

(vovworld) -     ​ ຕອນ​ເຊົ້າ​ວັນ​ທີ 16/8, ອົງການ​ຮ່ວມ​ມື​ສາສະໜາ​ມຸດ​ສະ​ລິ​ມ (OIC) ​ໄດ້​ຍົກ​ອອກ​ຂໍ້​ຕົກລົງຢຸດຕິ​ຖານະ​​ເປັນ​ສະມາຊິກ​ຂອງ​ຊີຣີ ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການ​ນີ້, ​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່​ເຂດ​ສັກສິດ Mecca ຂອງ​ຊາ​ອຸ​ດີ​ອາຣາບີ. ​ໃນ​ຖະ​ແຫຼງການທີ່​ຍົກ​ອອກ​ມາ​ເມື່ອ​ສິ້ນ​ສຸດ​ກອງ​ປະຊຸມ ​ໃຫ້​ຮູ້​ວ່າ ບັນດາ​ຜູ້​ແທນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລ້ວນ​ແຕ່​ເຫັນ​ດີ​ກ່ຽວ​ກັບ “ຄວາມ​ຈຳ​ເປັນ​ຕ້ອງ​ຢຸດຕິ​ບັນດາ​ການ​ກະທຳ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີຣີ ​ໂດຍ​ທັນ​ທີ່” ​ແລະ ສະ​ແດງ​ “ມີ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ​ຕໍ່​ບັນດາ​ກໍລະນີ​ເຂັ້ນ​ຂ້າ ​ແລະ ການ​ກຳ​ທຳ​ໄຮ້ມະນຸດ​ສະ​ທຳ​ແນ​ໃສ່​ປະຊາຊົນ​ປະ​ເທດ​ນີ້”. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ເລຂາທິການ​ໃຫຍ່ OIC Ekmeleddin Ihsanoglu ​ໃຫ້​ຮູ້​ວ່າ ຂໍ້​ຕົກລົງ​ເດັ່ງກ່າວ​ແມ່ນ​ສານ​ທີ່​ແຂງແຮງ​ ຟາກເຖິງອຳນາດ​ການ​ປົກຄອງ Damascus ​ແລະ ວົງ​ຄະນະ​ຍາດ​ສາກົນ ​ເພື່ອ​ແນ​ໃສ່​ສະ​ແດງ​ການສະໜັບສະໜູນ​ຂອງ​ປະຊາ​ຄົມ​ຊາວມຸດ​ສະ​ລິ​ມ ທີ່​ມີຕໍ່​ມາດ​ຕະການ​ແກ້​ໄຂສັນຕິພາບ ກໍ​ຄື​ຢຸດ​ຕິ​ສະພາບການນອງ​ເລືອດ ​ແລະ ​ແບ່ງ​ແຍກ​ຢູ່​ຊີຣີ ​ແລະ ພາກ​ພື້ນ.

        ​​ໃນ​ການ​ຜັນ​ແປ່ອື່ນ​ໃນ​ວັນ​ດຽວ​ກັນ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ອອກ​ຖະ​ແຫຼ​ງການຍຸດຕິ​ພາລະ​ກຳ​ຂອງ​ຄະນະ​ຕິດຕາມ​ກວ​ດກາ​ສະຫະ​ປະຊາ​ຊາດ​ຢູ່​ຊີຣີ (UNSMIS). ຕາມ​ຖະ​ແຫຼ​ງການ​ນີ້, UNSMIS ຈະ​ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຢູ່​ຊີຣີ ​ໃນ​ຄໍ່າ​ຄືນ​ວັນ​ທີ 20/8 ທີ່​ຈະ​ມາ​ເຖິງ, ​ແຕ່​ຍັງຄົງ​ຮັກສາ​ການ​ເຄື່ອນ​ໄຫວ​ຂອງຫ້ອງການ​ຕິດ​ຕໍ່​ຢູ່​ນະຄອນຫຼວງ Damascucs.



ຂ່າວ/ບົດ​ອື່ນ