ອັງຊັງຕີນຕໍ່ໜ້າການເລືອກຕັ້ງປະທານາທິບໍດີ

ອັງຊັງຕີນຕໍ່ໜ້າການເລືອກຕັ້ງປະທານາທິບໍດີ - ảnh 1
ທ່ານ Oscar Parrilli
(ພາບ: Telam)

(vovworld) – ວັນ​ທີ 16/12, ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ອັງ​ຊັງ​ຕີນ Cristina Fernandez  ໄດ້​ແຕ່ງ​ຕັ້ງ​ທ່ານ Oscar Parrilli ເປັນ​ລັດ​ຖະ​ມົນ​ຕີ​​ຮັບ​ຜິດ​ຊອບ​ວຽກ​ງານ​ສືບ​ລາ​ຊະ​ການ​ລັບ, ພ້ອມ​ທັງ​ບົ່ງ​ຕົວ​ທ່ານ​ສະ​ມາ​ຊິກ​ສະ​ພາ​ສູງ Anibal Fernandez ແທນ​ໃຫ້​ທ່ານ Parrilli ເປັນ​ເລ​ຂາ​ທິ​ການ​ໃຫຍ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ. ການ​ປ່ຽນ​ແປງ​ດັ່ງ​ກ່າວ​ຖືກ​ດຳ​ເນີນ​ໄປ​ພາຍຫຼັງ​ທ່າ Hector Icazuriaga ແລະ Francisco Larcher ລາ​ອອກ​ຈາກ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ຮັບ​ຜິດ​ຊອບ​ວຽກ​ງານ​ສືບ​ລາ​ຊະ​ການ​ລັບ. ໂຄ​ສົກ​ຂອງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ອັງ​ຊັງ​ຕີນ ບໍ່​​ແຈ້ງ​ໃຫ້ຮູ້​ສາຍ​ເຫດ​ຂອງ​ການ​ຫັນ​ປ່ຽນ​ດັ່ງ​ກ່າວ
ຂ່າວ/ບົດ​ອື່ນ