ອົງມົງກຸດລາຊະກຸມມານແບນຊິກ ສືບຕໍ່ການເຄື່ອນໄຫວຢູ່ ຫວຽດນາມ

ອົງມົງກຸດລາຊະກຸມມານແບນຊິກ ສືບຕໍ່ການເຄື່ອນໄຫວຢູ່ ຫວຽດນາມ - ảnh 1
ທ່ານເລ​ຫ່ວາງ​ກວນ ຕ້ອນຮັບ
 ຄະນະ​ຜູ້​ແທນຂັ້ນ​ສູງ​ດ້ານການ​ຄ້າແບນ​ຊິກ
( ພາບ: sgtt.vn )
( vovworld ) - ​ໂດຍ​ສືບ​ຕໍ່​ການຢູ່​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ວັນ​ທີ 16/3, ອົງ​ມົງກຸດ​ລາຊະ​ກຸມມານ​ແບນ​ຊິກ Philippe ພ້ອມ​ກັບ​ຄະນະ​ຜູ​້ແທນ​ວິ​ສາ​ຫະກິດ​ແບນ​ຊິກ ​ໄປ​ຢ້ຽມຢາມ​ບໍລິສັດ​​ໃຫຍ່ສະໜອງ​ນ້ຳ​ປະປາ​​ ໄຊ​ງ່ອນ ​ແລະ ​ເຂດ​ອຸດສາຫະກຳ​ຫວຽດນາມ - ສິງກະ​ໂປ. ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ບ່າຍ​ວັນ​ທີ 15/3, ຢູ່​ນະຄອນ​ໂຮ່ຈິ​ມິນ, ອົງ​ມົງກຸດ​ລາຊະ​ກຸມມານ​ແບນ​ຊິກ ພ້ອມ​ກັບ​ຄະນະ​ຜູ້​ແທນຂັ້ນ​ສູງ​ດ້ານການ​ຄ້າ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​​ໃນ​ຂໍ້ຕົກລົງ​ຮ່ວມ​ມື​ລະຫວ່າງ​​​ Flanders ທິດຕາ​ເວັນ​ອອກກັບ​ບັນດາ​ຄູ່​ຮ່ວມ​ມືຫວຽດນາມ. ທີ່​ພິທີ​ລົງ​ນາມ, ມີ​ເອກະສານຕົກລົງ 12 ສະບັບ​​ແມ່ນໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ, ມະຫາວິທະຍາ​ໄລ ​ແລະ ​ອົງການ​ບໍ​່ຂຶ້ນ​ກັບ​ລັດຖະບານຕ່າງໆຂອງ​ສອງ​ປະ​ເທດ, ​ເຊິ່ງສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຄື, ການສຶກສາ, ລ້ຽງ​ປູກ​ສິນ​ໃນ​ນ້ຳ, ໂຄສະນາ ​ແລະ ການ​ຄ້າ… ພາຍຫຼັງ​ພິທີ​ລົງ​ນາມ, ອົງ​ມົງກຸດ​ລາຊະ​ກຸມມານ​ແບນ​ຊິກ ​ແລະ ຄະນະ​ຜູ້​ແທນ​ໄດ້​ຮັບ​ການຕ້ອນຮັບ​ຈາກທ່ານ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຫ່ວາງ​ກວນ ​ແລະ ​ໄດ້​ເປັນ​ສັກຂີ​ພິຍານພິທີ​ລົງ​ນາມ​ຂໍ້ຕົກລົງ​ຮ່ວມ​ມື​ລະຫວ່າງ​ບໍລິສັດ​ໃຫຍ່ສະໜອງ​ນ້ຳ​ປະປາ​​ ໄຊ​ງ່ອນ ​ແລະ ບໍລິສັດ Balteau ຂອງ​ແບນ​ຊິກ.
ຂ່າວ/ບົດ​ອື່ນ