ອີຍີບ: ສານລັດຖະທຳມະນູນປະຕິເສດ ຮ່າງກົດໝາຍວ່າດ້ວຍການເລືອກຕັ້ງ

ອີຍີບ: ສານລັດຖະທຳມະນູນປະຕິເສດ ຮ່າງກົດໝາຍວ່າດ້ວຍການເລືອກຕັ້ງ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 18/02, ສານ​ລັດຖະທຳ​ມະນູນອີ​ຍີບ ປະຕິ​ເສດຮ່າງ​ກົດໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ ​ໂດຍ​ສະພາ Shura (ສະພາ​ສູງອີ​ຍີບ) ຮຽບຮຽງ, ​ໂດຍຖື​ວ່າ​ມີ​ບາງ​ຂໍ້ມາດຕາ​ໃນ​ເອກະສານ​ດັ່ງກ່າວ​ລະ​ເມີດ​ລັດຖະທຳ​ມະນູນ. ການ​ກະທຳ​ດັ່ງກ່າວອາດ​ຈະ​ເຮັດ​ໃຫ້ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ອີ​ຍີບ, ຄາດ​ວ່າ ຈະ​ຈັດ​ຂຶ້ນ​ໃນ​ເດືອນ 04/2013 ຖື​ກໂຈະ​ໄວ້. ຕາມ​ຖະ​ແຫຼ​ງການ​ຂອງ​ສານ​ລັດຖະທຳ​ມະນູນ​ແລ້ວ, ມີ 5 ມາດຕາ​ໃນ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງດັ່ງກ່າວລະ​ເມີດ​ລັດຖະທຳ​ມະນູນ ​ແລະ ສານ​ລັດຖະທຳ​ມະນູນ​ໄດ້​ມອບ​ຄືນເອກະສານ​ນີ້​ໃຫ້​ສະພາ Sura ພິຈາລະຈາ, ປັບປຸງ​ບັນດາ​ຂໍ້​ມາດຕາ​ທີ່​ຖືກ​ປະຕິ​ເສດ. ​ໃນ​ຈຳນວນ​ມາດຕາ​ດັ່ງກ່າວ​ມີ​ມາດຕາ​ໜື່ງອະນຸຍາດ​ໃຫ້​ບັນດາ​ສະມາຊິກ​ຂ​ອງພັກຕ່າງໆ​ລົງ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ທີ່​ນັ່ງ​ສະຫງວນໃຫ້​ແກ່​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເອກະລາດ ​ແລະ ມາດຕາ​ໜື່ງທີ່ກ່ຽວ​ຂ້ອງ​ເຖິງ​ການຈັດ​ແບ່ງບັນດາເຂດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານາທິບໍດີ Mohamed Morsi ຄາດ​ວ່າ ຈະ​ປະກາດ​ກົດໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 25/02 ​ແລະ ກຳ​ກົດ​ເວລາ​ດຳ​ເນີນ​ການເລືອກ​ຕັ້ງ. ການ​ເລືອກ​ຕັ້ງ​ນີ້​ຄາດ​ວ່າ ຖືກ​ແບ່ງ​ເປັນ​ຫຼາຍ​ຄັ້ງ ຢູ່​​ເຂດ​ຕ່າງໆ​ຍ້ອນ​ຂາດ​ຜູ້​ສັງ​ເກດ​ການ​ເລືອກ​ຕັ້ງ.

        ​ໃນ​ເຫດການ​ອື່ນອີກ, ທ່ານ Mamdouh Ramzi, ສະມາຊິກ​ຄະນະ​ກຳມາ​ທິການ​ລັດຖະທຳ​ມະນູນ ​ແລະ ນິຕິ​ບັນ​ຍັດທີ່ຂຶ້ນ​ກັບ​ສະພາ Shura (ສະພາ​ສູງອີ​ຍີບ), ​ໃຫ້​ຮູ້​ວ່າ, ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຄາດ​ວ່າ ຈະ​ດຳ​ເນີນ​ໃນ​ອາທິດ​ໜ້າ​ໄປບໍ່​ສາມາດປະຕິບັດ​ໄດ້ ຈົນ​ກວ່າ​​ເວລາ​ທີ່ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະບັບ​ປັບປຸງ​ໄດ້​ຮັບ​ການ​​ໃຫ້ສັດຕະຍາ​ບັນ.

ຂ່າວ/ບົດ​ອື່ນ