ອີຍິບກະກຽມການເລືອກຕັ້ງສະພາແຫ່ງຊາດ

ອີຍິບກະກຽມການເລືອກຕັ້ງສະພາແຫ່ງຊາດ - ảnh 1
(ພາບປະກອບ: dailynewsegypt.com)

(vovworld) – ວັນ​ທີ 11/10, ກະຊວງ​ການ​ຕ່າງປະ​ເທດ​ອີ​ຍິບ ​​ໄດ້​ແຈ້ງ​ໃຫ້​ 139 ສະຖານທູດ ​ແລະ ສະຖານກົງສູນ​ຂອງ​ປະ​ເທດ​ນີ້ທີ່ປະຈຳ​ຢູ່ຕ່າງປະ​ເທດຊາບ ຈະ​ຈັດ​ຕັ້ງ​ການ​ປ່ອນ​ບັດ​ໃນ​ລະຫວ່າງ​ວັນ​ທີ 17 – 18/10, ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ, ​ຄາດ​ວ່າ, ​ເຫດການ​ຈະ​ຖືກ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 17/10 ​ຮອດ​ວັນ​ທີ 02/12. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຍິບ Sameh Shoukry ​ໃຫ້​ຮູ້​ວ່າ, ​ຮອດ​ຈຸດ​ເວລາ​ນີ້, ວຽກ​ງານ​ກະກຽ​ມ​ໃຫ້​ແຜນການ​ໄປ​ປ່ອນ​ບັດ​ສຳລັບ​ພົນລະ​ເມືອງ​ທີ່​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຕ່າງປະ​ເທ​ດ​ໄດ້​ສຳ​ເລັດ​ແລ້ວ. ຢູ່ຮອບ​ທີ່​ໜຶ່ງ​ຂອງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ, ບັນດາ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຂອງ​ພົນລະ​ເມືອງ​ຂອງ​ອີ​ຍິບ ອາ​ໄສ​ຢູ່​ຕ່າງປະ​ເທດ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 17 – 18/10, ​ໃນ​ຂະນະ​ນັ້ນ, ປະຊາຊົນພາຍ​ໃນ​ປະ​ເທດ​ອີ​ຍິບ ​ຈະ​ໄປ​ປ່ອນ​ບັດ​ໃນ​ວັນ​ທີ 18 – 19/10. ຄາດ​ວ່າ, ຈະ​ມີ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເກືອ​ບ 6.000 ຄົນ ​ແລະ ມີ 14 ສະຫະພັນແຂ່ງຂັນ​ກັນຍາດບ່ອນ​ນັ່ງ​ 596 ບ່ອນ​ໃນ​ສະພາ​ແຫ່ງ​ຊາດ​ ອາຍຸ​ການ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ