ອີຍິບແລະອັງກິດເພີ່ມທະວີການຮ່ວມມືດ້ານເສດຖະກິດແລະຕ້ານກໍ່ການຮ້າຍ

ອີຍິບແລະອັງກິດເພີ່ມທະວີການຮ່ວມມືດ້ານເສດຖະກິດແລະຕ້ານກໍ່ການຮ້າຍ - ảnh 1
ທ່ານ​ປະທານາທິບໍດີ​ອີ​ຍິບ Abdel Fattah El Sisi
(ພາບ: AFP/TTXVN)


(vovworld) – ວັນ​ທີ 04/11, ທ່ານ​ປະທານາທິບໍດີ​ອີ​ຍິບ Abdel Fattah El Sisi ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​​ເຖິງ​ລາຊະ​ອານາ​ຈັກ​ອັງກິດ ​ເປັນ​ເວລາ 3 ວັນ ​ເພື່ອ​ປຶກສາ​ຫາລື​ກກັບ​ວົງ​ການ​​ເຈ​ົ້າໜ້າ​ທີ່​ຂອງ​ປະ​ເທດ​ນີ້ ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ 2 ຝ່າຍ, ກໍ​ຄື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ການ​ຕໍ່ສູ້​ຕ້ານ​ກໍ່​ການ​ຮ້າຍ. ຄາດ​ວ່າ, ທ່ານ​ປະທານາທິບໍດີອີ​ຍີບ El Sisi ຈະ​ມີ​ການ​ພົບປະປຶກສາ​ຫາ​ລື​ກັບ​ທ່ານ​ນາຍົກລັດຖະມົນຕີ​ອັງກິດ David Cameron ​ແລະ ພົບ​ປະກັບທ່ານລັດຖະມົນຕີ​ວ່າການກະຊວງ​ປ້ອງ​ກັນ​ປະ​ເທດ​ອັງກິດ Michael Fallon. ທີ່​ບັນດາ​ກາ​ນພົບ​ປະ​ຂັ້ນ​ສູງ, ທ່ານ​ປະທານາທິບໍດີອີ​ຍີບ El Sisi ​ແລະ ທ່ານ​ນາຍົກລັດຖະມົນຕີ​ອັງກິດ David Cameron ຈະ​ປຶກສາ​ຫລື​ບັນດາ​ມາດ​ຕະການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດລະຫວ່າງ 2 ປະ​ເທດ ​ແລະ ບັນດາ​ບັນຫາ​ໃນ​ປະຈຸ​ບັນ​ຢູ່​ພາກ​ຕາ​ເວັນ​ອອກາງ. ​ໃນ​ຂະນະ​ນັ້ນ, ການປຶກສາ​ຫາລືລະຫວ່າງ​ທ່ານ El Sisi ກັບ​ທ່ານ Michael Fallon ຈະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັ້ນ​ຮົບ​ຕ້ານ​ກໍ່​ການ​ຮ້າຍ.
ຂ່າວ/ບົດ​ອື່ນ