ອັດ AIPA-38: ຄວາມມານະພະຍາຍາມມຸ່ງໄປເຖິງປະຊາຄົມ ອາຊຽນ ຢ່າງແທ້ຈິງ

(VOVWORLD) - ຕອນບ່າຍວັນທີ 19 ກັນຍາ, ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 38 (AIPA-38) ຖືກອັດລົງຢູ່ນະຄອນຫລວງ ມານີລາ ປະເທດ ຟີລິບປິນ. 
ອັດ AIPA-38: ຄວາມມານະພະຍາຍາມມຸ່ງໄປເຖິງປະຊາຄົມ ອາຊຽນ ຢ່າງແທ້ຈິງ - ảnh 1ພິທີອັດ ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 38 (ພາບ: ຫວຽດນາມ+)

ກອງປະຊຸມສະມັດຊາໄດ້ຮັບຮອງເອົາມະຕິ 21 ສະບັບກ່ຽວກັບບັນດາບັນຫາ ຊຶ່ງໃນປະຈຸບັນແມ່ນຄວາມສົມໃຈລວມ ແລະ ມີຄວາມໝາຍສຳຄັນສຳລັບປະຊາຄົມ ອາຊຽນ. ທ່ານປະທານ AIPA-38, ປະທານສະພາຕ່ຳ ຟີລິບປີນ Pantaleon D.Alvarez ຖືວ່າ: ເພື່ອກາຍເປັນປະຊາຄົມຢ່າງແທ້ຈິງ, ສະພາແຫ່ງຊາດບັນດາປະເທດຄວນຍູ້ແຮງການປະຕິບັດບັນດາມະຕິຂອງ AIPA ໂດຍຜ່ານການຫັນບັນດາມະຕິຂອງກອງປະຊຸມສະມັດຊາເປັນກົດໝາຍ. AIPA ກໍຄວນຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານບັນດາປະເທດ ອາຊຽນ ເພື່ອຜ່ານຜ່າບັນດາສິ່ງທ້າທາຍໃໝ່ ໃນເປົ້າໝາຍມຸ່ງໄປເຖິງວິໄສທັດ ອາຊຽນ ໃນປີ 2025. ທີ່ພິທີ, ທ່ານປະທານາທິບໍດີ ຟີລິບປີນ Duterte ມີບົດກ່າວປາໄສອວຍພອນຜົນສຳເລັດຂອງກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ