ອັດ Festival ອາຊີບຫັດຖະກຳເຫ້ວປີ2017

(VOVWORLD) - ຕອນຄ່ຳວັນທີ 1/5,Festival  ອາຊີບຫັດຖະກຳເຫ້ວປີ 2017 ໄດ້ອັດລົງ ພາຍຫລັງດຳເນີນມາໄປເປັນເວລາ 4 ວັນ ແຕ່ວັນທີ 28/4-1/5. 
  ອັດ Festival ອາຊີບຫັດຖະກຳເຫ້ວປີ2017 - ảnh 1 ການເຄື່ອນໄຫວໃນFestival

ທີ່ພິທີອັດ Festival, ທ່ານ ຫງວຽນດັງແທ້ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນເຫ້ວ ໃຫ້ຮູ້ວ່າ: ພາຍຫລັງຈັດຕັ້ງ Festival ມາເປັນ 7 ຄັ້ງ, ອາຊີບຫັດຖະກຳ ເຫ້ວ ໄດ້ເຊີດຊູບັນດາຄຸນຄ່າຍອດຢ້ຽມຂອງມໍລະດົກ, ຍົກສູງປະສິດທິຜົນການຜະລິດດຳເນີນທຸລະກິດບັນດາຂະແຫນງອາຊີບຫັດຖະກຳ, ເພີ່ມທະວີການພົວພັນ, ຮ່ວມທຸລະກິດ, ຮ່ວມສຳພັນ, ການຮ່ວມມືລົງທຶນໃນທຸກຂົງເຂດ, ພິເສດແມ່ນຊຸກຍູ້ການເຕີບໂຕດ້ານເສດຖະກິດ ສັງຄົມ, ຕິດພັນບັນດາຜະລິດຕະພັນພື້ນເມືອງກັບການທ່ອງທ່ຽວ, ກັບຕະຫລາດຈຳຫນ່າຍຢູ່ພາຍໃນປະເທດ ແລະ ສາກົນ.

        “ເລື່ອງຈັດຕັ້ງ Festival ອາຊີບຫັດຖະກຳສຳເລັດຜົນ ກໍເປັນການຊ່ວຍໃຫ້ບັນດາໝູ່ບ້ານອາຊີບໃນນະຄອນ, ໃນແຂວງ ແລະ ໃນທົ່ວປະເທດ ມີເງື່ອນໄຂເພື່ອສຳຜັດໂຄສະນາຜະລິດຕະພັນຂອງຕົນເຖິງມວນຊົນ ແລະ ນັກທ່ອງທ່ຽວ”

        ເຂົ້າຮ່ວມ Festival ອາຊີບຫັດຖະກຳເຫ້ວປີ 2017 ມີນັກສິລະປະການ 327 ຄົນ ມາຈາກ 59 ຫົວຫນ່ວຍຂຶ້ນກັບ 40 ໝູ່ບ້ານອາຊີບ, ໃນນັ້ນ ມີ 24 ຫົວຫນ່ວຍຕ່າງແຂວງ. ຄູ່ຮ່ວມມືຕ່າງປະເທດເຂົ້າຮ່ວມ Festival ມີນັກສິລະປະການ 34 ຄົນ ມາຈາກບັນດານະຄອນຄື: Takayama, Saijo, Shizuoka ແລະ ບໍລິສັດ Shuei  ຂອງຍີ່ປຸ່ນ, ເມືອງ Dongnae  ນະຄອນ Busan ຂອງ ສເກົາຫລີ.

 

ຕອບກັບ

ຂ່າວ/ບົດ​ອື່ນ