ອັດ Festival ເດີນກາ ຕ່າຍຕື້ແຫ່ງຊາດຄັ້ງທີ 1


ອັດ Festival ເດີນກາ ຕ່າຍຕື້ແຫ່ງຊາດຄັ້ງທີ 1 - ảnh 1

 (ພາບ: nhandan.com.vn)

 (vovworld)- ​ພາຍຫຼັງ​ດຳ​ເນີນ​ໄປ​ເປັນ​ເວລາ 6 ວັນ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວທີ່​ອຸດົມສົມບູນ, ຕອນ​ຄ່ຳ​ວັນ​ທີ 29/4, Festival ​ເດີນ​ກາ​ຕ່າຍ​ຕື້​ແຫ່ງ​ຊາດ​ຄັ້ງທີ 1 ​ໄດ້​ອັດ​ລົງ​ດ້ວຍ​ລາຍການ​ສະ​ແດ​ງພິ​ເສດ​ໂດຍ​ມີ​ການ​ເຂົ້າຮ່ວມຂອງ​​ນັກ​ສິລະ​ປິນ​ເປັນ​ຈຳນວນ​ຫຼາຍ. ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ Festival ຖືກ​ຈັດ​ຂຶ້ນ​ຢູ່​ແຂວງ​ບາກ​ລຽວ ​ໄດ້​ພິສູດ​ໃຫ້​ເຫັນ​ຂອງ​ຂະໜາດ​ຂອງ​ເຫດການ​ວັດທະນະທຳ​ພິ​ເສດ​ຂອງ​ເຂດ​ດິນ​ແດນ​ທາງພາກ​ໃຕ້​ຫວຽດນາມ. ທ່ານ​ນາງ​ເລ​ທິອາຍ​ນາມ, ຫົວໜ້າ​ຄະນະ​ຈັດຕັ້ງ Festival ເດີນ​ກາ​ຕ່າຍ​ຕື້​ແຫ່ງ​ຊາດ​ຄັ້ງທີ 1-ບາກ​ລຽວ 2014 ​ໃຫ້​ຮູ້​ວ່າ​:

   “​Festival ໄດ້​ປະສົມ​ຜົນສຳ​ເລັດຢ່າງ​ຈົບງາມ. ຜົນສຳ​ເລັດ​ທີ 1 ​ແມ່ນ​ການ​ອະນຸລັກ​ຮັກສາ​ເສີມ​ຂະຫຍາຍ​ຄຸນຄ່າ​ສິລະ​ປະ​ເດີນ​ກາ​ຕ່າຍ​ຕື້ ​ໄດ້​ສະ​ແດງ​ອອກ​ຜ່ານ​ການ​ເຄື່ອນ​ໄຫວ​ຕ່າງໆ​​ໃນ​ງານ Festival. ​ແຂກ​ທ່ອງ​ທ່ຽງ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄຸນຄ່າ​ດ້ານ​ຈິດ​ໃຈຊື່​ງ Festival ​ເດີນ​ກາ​ຕ່າຍ​ຕື້ຄັ້ງນີ້ນຳ​ມາ​ໃຫ້​ເຂົາ​ເຈົ້າ“./.

 

ຂ່າວ/ບົດ​ອື່ນ