ອັດ Festival ໝາກພ້າວ ແຂວງ Ben Tre ຄັ້ງທີ 3

ອັດ Festival ໝາກພ້າວ ແຂວງ Ben Tre  ຄັ້ງທີ 3 - ảnh 1
ຮູບພາບທີ່ Festival ໝາກພ້າວ Ben Tre ປີ 2012
ພາບ:dantri.com

(vovworld)- ຕອນ​ຄຳ່​ວັນ​ທີ 10/4, ຢູ່ ​ນະຄອນ Ben Tre, Festival ໝາກພ້າວ Ben Tre ຄັ້ງ​ທີ 3 ​ຖື​ດອັດ​ລົງ. ​ ໃນ​ເວລາ 1 ອາທິດ ​ດຳ​ເນີນ​ Festival, ​ໄດ້​ຈັດ​ໃຫ້​ມີ​ການ​ເຄ່ືອນ​ໄຫວ​ຫລາຍ​ຢ່າງ​ຄື: ງານ​ບຸນ​ຕ່າງໆ, ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ, ວັດທະນະທຳ​, ສິລະ​ປະ​ທີ່​ເປັນ​ເອກະ​ລັກສະ​ເພາະ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ເຂດ​ປູກ​ຕົ້ນ​ໝາກພ້າວ, ອັນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ປະຊາຊົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ. ທ່ານ Tran  Anh Tuan ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ Ben Tre, ຫົວຫນ້າ​ຄະນະ​ຈັດ​ຕັ້ງ Festival ໝາກພ້າວ Ben Tre ​ໃຫ້​ຮູ້​ວ່າ:

        “ Festival ​ໄດ້​ແນະນຳ​ຄວາ​ມສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຂວງ Ben Tre ກ່ຽວ​ກັບ​ຂະ​ແຫນງ​ໝາກພ້າວ​ໃນ​ການ​ປູກຝັງ, ປຸງ​ແຕ່ງ ​ແລະ ຈຳຫນ່າຍ, ຍົກ​ອອກ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ​້ງ​ທີ່​ມີ​ຕໍ່​ຂະ​ແຫນງ​ໝາກພ້າວ​ຂອງ​ແຂວງ, ມູ້​ງ​ໄປ​ເຖິງ​ກາ​ນພັດທະນາ​ແບບ​ຍືນ​ຍົງ, ​ແນະນຳ​ຄວາມ​ສາມ​າດບົ່ມ​ຊ້ອນ​ການທ່ອງທ່ຽວ ​ແລະ ຈຸດ​ພົ້ນ​ເດັ່ນ​ຂອງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ເຂດ​ປູກ​ຕົ້ນ​ໝາກພ້າວ. ຜ່ານ Festival ພາບ​ພົດ​ຂອງ​ຊາວ​ກະສິກອນ​ປູກ​ຕົ້ນ​ໝາກພ້າວ​ ​ແລະ ວິ​ສາ​ຫະກິດໄດ້​ຮັບ​ການ​ເຊີດ​ຊູ.”

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ