ອັດ Olympic ຟິຊິກສາດ ອາຊີ 2018: ຫວຽດນາມ ຄ້ວາໄດ້ຫຼຽນຄຳ 4 ຫຼຽນ

(VOVWORLD) - ປີນີ້, ຄະນະຈັດຕັ້ງການເສັງໄດ້ມອບ 33 ຫຼຽນຄຳ, 13 ຫຼຽນເງິນ, 24 ຫຼຽນທອງ ແລະ ລາງວັນພິເສດ 9 ລາງວັນໃຫ້ບັນດາບຸກຄົນມີຜົນງານດີເດັ່ນເຂົ້າຮ່ວມການເສັງ.

ອັດ Olympic ຟິຊິກສາດ ອາຊີ 2018: ຫວຽດນາມ ຄ້ວາໄດ້ຫຼຽນຄຳ 4 ຫຼຽນ - ảnh 1ນັກຮຽນ 8 ຄົນຂອງ ຫວຽດນາມ ເຂົ້າຮ່ວມການເສັງ ແລະ ລ້ວນແຕ່ຍາດໄດ້ຫຼຽນ

(ພາບ: Nguyễn Thảo/VietnamNet)

ຜ່ານການເສັງມາເປັນເວລາ 9 ວັນຢູ່ ຫວຽດນາມ, ຕອນບ່າຍວັນທີ 12 ພຶດສະພາ, ມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ ໄດ້ຈັດຕັ້ງພິທີອັດການເສັງ Olympic ຟີຊິກສາດ ອາຊີ ຄັ້ງທີ 19 (APhO 2018). ຄະນະນັກຮຽນ ຫວຽດນາມ ມີ 8 ຄົນເຂົ້າຮ່ວມ.

        ປີນີ້, ຄະນະຈັດຕັ້ງການເສັງໄດ້ມອບ 33 ຫຼຽນຄຳ, 13 ຫຼຽນເງິນ, 24 ຫຼຽນທອງ ແລະ ລາງວັນພິເສດ 9 ລາງວັນໃຫ້ບັນດາບຸກຄົນມີຜົນງານດີເດັ່ນເຂົ້າຮ່ວມການເສັງ. ຄະນະ ຫວຽດນາມ ມີນັກຮຽນ 8 ຄົນເຂົ້າຮ່ວມການເສັງ ແລະ ລ້ວນແຕ່ຄ້ວາໄດ້ຫຼຽນ, ໃນນັ້ນມີ 4 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ.

        ທ່ານ ຮ່ວາງມິງເຊີນ, ຮອງສາດສະດາຈານ, ອະທິການບໍດີມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ, ຫົວໜ້າຄະນະຈັດຕັ້ງ Olympic ຟີຊິກສາດ ອາຊີ ຄັ້ງທີ 19 ໃຫ້ຮູ້ວ່າ: ໝາກຜົນຂອງການເສັງຄັ້ງນີ້ມີຜູ້ສອບເສັງຮູ້ຈັກວິທີໝູນໃຊ້ຄວາມຮູ້ດ້ານຟິຊິກສາດ ແລະ ບັນດາທັກສະຕົວຈິງເພື່ອແກ້ບົດເສັງຢ່າງມີຫົວຄິດປະດິດສ້າງ, ດັ່ງນັ້ນຈຶ່ງບັນລຸໝາກຜົນດີເລີດ.

ຕອບກັບ

ຈັນບີ ສຸກພາວອນ

ສອນເກັ່ງ

ຂ່າວ/ບົດ​ອື່ນ