ອັດ ກອງປະຊຸມຄັ້ງທີ 3ສະພາປຶກສາການເມືອງແຫ່ງຊາດຈີນ, ຊຸດທີ 13

(VOVWORLD) -ຕອນບ່າຍວັນທີ 27 ພຶດສະພາ, ຢູ່ປັກກິ່ງ, ປະເທດຈີນໄດ້ອັດກອງປະຊຸມ ຄັ້ງທີ 3 ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຊຸດທີ 13 ລົງ.
ອັດ ກອງປະຊຸມຄັ້ງທີ 3ສະພາປຶກສາການເມືອງແຫ່ງຊາດຈີນ, ຊຸດທີ 13 - ảnh 1ພິທີອັດ ກອງປະຊຸມຄັ້ງທີ 3ສະພາປຶກສາການເມືອງແຫ່ງຊາດຈີນ, ຊຸດທີ 13 (ພາບ: THX/TTXVN)

ກ່າວຄຳເຫັນທີ່ພິທີອັດ, ທ່ານອາງຢ໊າງ, ປະທານສະພາປຶກສາການເມືອງແຫ່ງຊາດຈີນ ໄດ້ຕີລາຄາວ່າ, ກອງປະຊຸມໄດ້ປະສົບຜົນສຳເລັດຢ່າງຈົມງາມ, ສຳເລັດບັນດາໂຄງການດຳເນີນງານທີ່ວາງອອກ. ທ່ານ ອາງຢ໊າງຖືວ່າ, ເຖິງວ່າ ກອງປະຊຸມໄດ້ດຳເນີນມາເປັນເວລາສັ້ນໆກໍ່ຕາມ, ແຕ່ກອງປະຊຸມໄດ້ຮັບການຕີລາຄາວ່າ ມີປະຊາທິປະໄຕ, ມີຄວາມສາມັກຄີ ແລະກ້າວໜ້າ, ສະແດງໃຫ້ເຫັນບົດບາດສຳຄັນຂອງສະພາປຶກສາການເມືອງ ແຫ່ງຊາດຈີນໃນລະບົບການເມືອງແຫ່ງຊາດ.

ແລະກໍ່ໃນພິທີອັດ, ກອງປະຊຸມໄດ້ຮັບຮອງເອົາບາງເນື້ອໃນສຳຄັນ ແລະ ເລືອກຕັ້ງທ່ານນາງ ຫຼີປິນ ເປັນເລຂາທິການໃຫຍ່ສະພາປຶກສາການເມືອງ ແຫ່ງຊາດຈີນ ຊຸດທີ 13

ຕອບກັບ

ຂ່າວ/ບົດ​ອື່ນ