ອັດ “ປີຫວຽດນາມ ຢູ່ອີຕາລີ” 2013

ອັດ “ປີຫວຽດນາມ ຢູ່ອີຕາລີ” 2013  - ảnh 1
ທ່ານ​ນາງ ຮອງ​ປະທານ​ສະພາ​ຕຳ່ ອີ​ຕາ​ລີ Marina Serensi ແລະ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ຫງວຽນຮ່ວາງລອງ
(ພາບ: Anh Ngọc/Vietnam+)


(vovworld) – ພິທີ​ອັດ “ປີ ຫວຽດນາມ ຢູ່ ອີ​ຕາ​ລີ” ​​ໄດ້​ເປັນ​ຂີດ​ໝາຍ​ດ້ວຍ​ງານ​ສະ​ແດງ​ຊຸດ​ເຊື້ອ​ຍາວ​ພື້ນ​ເມືອງ ​ແລະ ອອກ​ແບບ​ທັນ​ສະ​ໄໝ​ຂອງ ນັກອອກ​ແບບ ລານ​ເຮືອງ ຢູ່ ຫໍພິພິທະ​ພັນ Rome.

    ​ເຂົ້າ​ຮ່ວມ​ພິທີ​ອັດ “ປີ ຫວຽດນາມ ຢູ່ ອີ​ຕາ​ລີ” ມີ​ທ່ານ​ນາງຮອງ​ປະທານ​ສະພາ​ຕຳ່ ອີ​ຕາ​ລີ Marina Serensi ​ແລະ ​ເພື່ອນ​ມິດ ອີ​ຕາ​ລີ ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ພະນັກງານ, ລັດຖະກອນ​ສະຖານທູດ, ​ອົງການ​ຕາງໜ້າ, ພໍ່​ແມ່​ປະຊາຊົນ ​ຫວຽດນາມ ອາ​ໄສ​ຢູ່​ ອີ​ຕາ​ລີ ​ແລະ ນັກຮຽນ, ນັກ​ສຶກສາ ຫວຽດນາມ ຢູ່ Roma. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາງ ຮອງ​ປະທານ​ສະພາ​ຕຳ່ ອີ​ຕາ​ລີ Marina Serensi ຢັ້ງຢືນ​ສາຍ​ພົວພັນ​ສະໜິດ​ແໜ້ນ​ລະຫວ່າງ 2 ປະ​ເທດ​ກໍ່​ຄືລື້​ມຄື​ນ​ນ້ຳ​ໃຈ​ເຊິ່ງປະຊາຊົນ ອີ​ຕາ​ລີ ສະຫງວນ​ໃຫ້​ແກ່ ຫວຽດນາມ.

        ​ເຫດການ “ປີ ຫວຽດນາມ ຢູ່ ອີ​ຕາ​ລີ”, ຖືກດຳ​​ເນີນ​ແຕ່​ເດືອນ 1 – 12/2013 ຊຶ່ງ​​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່ປະຊາຊົນ ອີ​ຕາ​ລີ ກໍ່​ຄື ປະກອບສ່ວນ​ເຂົ້າ​ໃນ​ສາຍ​ພົວພັນ​ອັນ​ດີງາມ, ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຕາ​ລີ.



ຂ່າວ/ບົດ​ອື່ນ