ອັດFestivalເຫ້ວ2014:ສີສັນວັດທະນະທຳເຕົ້າໂຮມແລະແຜ່ຂະຫຍາຍ

ອັດFestivalເຫ້ວ2014:ສີສັນວັດທະນະທຳເຕົ້າໂຮມແລະແຜ່ຂະຫຍາຍ - ảnh 1
ການສະແດງສີລະປະໃນ Festival ​ເຫ້ວ 2014

(vovworld) – ​​ຕອນ​ຄຳ່​ວັນ​ທີ 20/4, ຢູ່​ນະຄອນ ​ເຫ້ວ, ​ໄດ້​ຈັດ​ຕັ້ງ​ພິທີ​ອັດ Festival ​ເຫ້ວ 2014. ພາຍຫຼັງ​ດຳ​ເນີນ​ການເຄື່ອນ​ໄຫວ​ມາ​ເປັນ​ເວລາ 9 ວັນ, ດ້ວຍ​ບັນດາງານ​ບຸນ, ວັດທະນະທຳ​ສີ​ລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພ​າະ, Festival ​ເຫ້ວ​ດຶງ​ດູດ​ແຂ​ກ​ເຂົ້າ​ຮ່ວມ​ກ່ວາ 2,4 ລ້ານ​ເທື່ຶອຄົນ, ​ໃນ​ນັ້ນ​ມີ​ແຂກ​ທ່ອງ​ທ່ຽວ 23.000 ​ເທື່ອ​ຄົນ​, ​​ແຂກ​ທ່ອງ​ທ່ຽວ​ສາກົນ 10.000 ​ເທື່ອ​ຄົນ​ທີ່​ມາ​ຈາກ 115 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ. ລາຍການ​ສີ​ລະ​ປະ​ໃນ​ພິທີ​ອັດ Festival ​ເຫ້ວ 2014 ມີ​ຫົວ​ຂໍ້​ວ່າ “ລຳ​ແມ່​ນ້ຳ​ດັ່ງ​ກ້ອງ​ກັງວານ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ຖາ​ບັນ​ດົນຕີ​ແຫ່ງ​ຊາດ ຫວຽດນາມ, ​ໂຮ​ງລະຄອນ​ສີ​ລະ​ປະ ບົງ​ແຊນ ​ໂຮ່ຈີ​ມິນ, ​ໂຮງ​ລະຄອນ​ສີ​ລະ​ປະ​ຂັບ​ ​ເຫ້ວ ​ແລະ ​ໂຮງ​ລະຄອນ, ກອງ​ສີ​ລະ​ປະ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຄຳ່​ຄືນ​ອັດ​ Festival ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃນ​ໝູ່ມະຫາ​ຊົນ ​ເຫ້ວ ​ແລະ ​ແຂກ​ທ່ອງ​ທ່ຽວ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ Festival ​ເຫ້ວ 2014, ທ່ານ ​ໂງ​ຮ່ວາ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽວ​ເຫ້ວ, ຫົວໜ້າ​ຄະນະ​ຈັດ​ຕັ້ງ Festival ​ເຫ້ວ, ຢືນຢັນ​ວ່າ: Festival ​ເຫ້ວ ຄັ້ງ​ທີ 8 ປີ 2014 ປະສົບ​ຜົນສຳ​ເລັດ​ອັນ​ດີງາມ ​ແລະ ​ໄດ້​ຮັບ​​ຕີ​ລາຄາ​ວ່າ​ແມ່ນ Festival ປະ​ທັບ​ໃຈ, ສະໜິດສະໜົມ, ປອດ​ໄພ ​ແລະ ​ເຕັມ​ໄປ​ດ້ວຍ​ລັກສະນະ​ມະນຸດສະທຳ. ທ່ານ ​ໂງ​ຮ່ວາ, ​ເນັ້ນ​ໜັກ​ວ່າ:

        “ການສະ​ແດງ​ມີ​ລັກສະນະ​ອາ​ຊີບ​ຂອງ​ບັນດາ​ຄະນະ, ກອງສີ​ລະ​ປະ ​ແລະ ການສະ​ແດງ​ຂອງບັນດາ​ນັກ​ສີ​ລະ​ປະສະໝັກຫຼີ້ນ  ​ເຖິງ​ວ່າ​ມີ​ຄວາມ​ແຕກ​ຕ່າງ​ກັນ​ແຕ່​ມີ​ຈຸດ​ລວມ​ແມ່ນ​ມຸ່ງ​ໄປ​ເຖິງ​ຈຸດປະສົງ​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູ​ນ​ເຊື້ອ, ສະ​ແດງ​ຈິດ​ໃຈ​ພົວພັນ​ແລກປ່ຽນ, ສາມັກຄີ, ​ເຊື່ອມ​ໂຍງ ​ແລະ ພັດທະນາ, ​ໄດ້​ນຳ​ມາ​ໃຫ​້ກຸງ​ເກົ່າ ​ເຫ້ວ ​ພາບພົດ​ໃໝ່, ພະລັງ​ຊີວິດ​ໃໝ່, ຢືນຢັນ​ທີ່​ຕັ້ງ​ບົດບາດ​ແມ່ນ​ນະຄອນ Festival ທີ່​ເປັນ​ເອກະລັກ​ສະ​ເພາະຂອງ ຫວຽດນາມ”

 



ຂ່າວ/ບົດ​ອື່ນ