ອັດFestivalເຫວ໋2016ເຊີດຊູມໍລະດົກວັດທະນະທຳ

ອັດFestivalເຫວ໋2016ເຊີດຊູມໍລະດົກວັດທະນະທຳ - ảnh 1
(ພາບປະກອບ)

 (vovworld) - ​ ​ Festival​ ເຫວ໋ 2016 ຖື​ກອັດ​ລົງ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 04/05 ພາຍ​ຫລັງ​ດຳ​ເນີນ​ໄປ​ມາເປັນ​ເວລາ 6 ວັນ ດ້ວຍການ​ເຄື່ອນ​ໄຫວຟົດ​ຟື້ນ ​ແລະ ດຶງ​ດູດ​ຫລາຍ​ຢ່າງ ທີ່​ສະຫງວນ​ໃຫ້​ປະຊາຊົນ ​ເຫວ໋ ​ແລະ ​ແຂກ​ທ່ອງ​ທ່ຽວ. ລາຍການ​ສິລະ​ປະ​ໃນ​ຄ່ຳ​ຄືນ​ອັດ Festival​ ເຫວ໋ 2016 ມີ​ຫົວ​ຂໍ້​ວ່າ: “​ເຫວ໋​ແຫ່ງ​ຄວາມ​ຮັກ​ຕະຫລອດ​ໄປ” ດ້ວຍ 12 ລາຍການ​ສະ​ແດງ​ຂອງ​ບັນດາ​ຄະນະສິລະ​ປະ​ທີ່​ມາ​ຈາກ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ. ຈຸກ​ພົ້ນ​ເດັ່ນ​ຂອງ​ລາຍການ​ສິລະ​ປະ​ແມ່ນວັດທະນະທຳ ​ເຫວ໋ ​ແລະ ບັນດາ​ເຂດພາກ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ​, ທ່ານ ຫງວຽນ​ຢູງ ຮອງ​ປະທານ​ຄະນະ​ກຳມະການປະຊາຊົນ​ແຂວງ ​ເທື່ອ​ທຽນ - ​ເຫວ໋, ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ Festival​ ເຫວ໋ 2016 ​ເນັ້ນ​ໜັກ​ວ່າ: Festival​ ເຫວ໋ 2016 ​ດຳ​ເນີນ​​ໄປ​ຢ່າງປອດ​ໄພ, ປະສົມ​ຜົນ​ສຳ​​ເລັດຢ່າງ​ຈົບງາມ, ປະກອບສ່ວນອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ, ສິລະ​ປະ​ຂອງ​ປະ​ເທດ, ຂອງ​ບ້ານ​​ເກີດ​ເມືອງ​ນອນ, ຊຸກ​ຍູ​​້ການ​ພັດທະນາ​ເສດຖະກິດ - ສັງຄົມ; ພ້ອມ​ທັງ ຢືນຢັນ​ວ່າ: ​ເທື່ອ​ທຽນ - ​ເຫວ໋ ສົມ​ເປັນ​ແມ່ນ​ໜຶ່ງ​ໃນ​ບັນດາ​​ໃຈກາງ​ວັດທະນະທຳ - ທ່ອງ​ທ່ຽວ​ພິ​ເສດສະ​ເພາະ​ຂອງ ຫວຽດນາມ. ທ່ານ ​ເລ​ແທ່ງ​ກົງ ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງ ກວາງ​ຫງາຍ ​ໃຫ້​ຮູ້​ວ່າ:

        “​ໃນ​ຂອບ​ເຂດ Festival​ ເຫວ໋ ຂ້າພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ງານ​ບຸນຕາມ​ທ້ອງ​ຖະໜົນ ການສະ​ແດງ​ຂອງ​ບັນດາ​ນັກ​ສິລະ​ປິນ ກໍ່​ຄື​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ ​​ໄດ້ສ້າງ​ເປັນ​ງານ​ບຸນທີ່ຟົດ​ຟື້ນ. ບັນດາ​ງານ​ລາຕີ​ໃນ​ພະລາດ​ຊະ​ວັງ ​ໄດ້​ສ້າງ​ຄວາມສວຍ​ສົດ​ງົດ​ງາມ ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ ​ເຫວ໋, ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ ​ເພິ່ງ​ພໍ​ໃຈ​ທີ່​ສຸດ ບັນດາລາຍການ​ສິລະ​ປະ​ຂອງ​ບັນດາ​ນັກ​ສິລະ​ປິນພາຍ​ໃນ​ປະ​ເທດ​ກໍ່​ຄື​ເພື່ອ​ນມິດສາ​ກົນ ​ໄດ້​ສ້າງ​ມີ​ຄວາມ​ປະ​ທັບ​​ໃຈ​ອັນ​ດີງາມ​ໃຫ້​ແກ່​ຂ້າພະ​ເຈົ້າ”.

ຂ່າວ/ບົດ​ອື່ນ