ອັດກອງປະຊຸມ ຄັ້ງທີ 29 ຂອງຄະນະປະຈໍາສະພາແຫ່ງຊາດ

(VOVWORLD) -ຄະນະປະຈໍາສະພາແຫ່ງຊາດໄດ້ປະກອບຄໍາເຫັນກ່ຽວກັບການປະຕິບັດບາງຂໍ້ກໍານົດຂອງກົດໝາຍກ່ຽວກັບລະບອບ, ນະໂຍບາຍສໍາລັບສະມາຊິກອົງການຈັດຕັ້ງຫວຽດນາມ ຢູ່ ຕ່າງປະເທດ.
ອັດກອງປະຊຸມ ຄັ້ງທີ 29 ຂອງຄະນະປະຈໍາສະພາແຫ່ງຊາດ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ວາລະອັດ (ພາບ:quochoi.vn)

  ວັນທີ 11 ທັນວາ, ກອງປະຊຸມຄັ້ງທີ 29 ຂອງຄະນະປະຈໍາສະພາແຫ່ງຊາດຫວຽດນາມ ຖືກອັດລົງ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ ທີ່ກອງປະຊຸມດັ່ງກ່າວ ຄະນະປະຈໍາສະພາແຫ່ງຊາດ ໄດ້ພິຈາລະນາຫຼາຍບັນຫາສໍາຄັນ, ຕັດສິນບັນດາບັນຫາທີ່ຂຶ້ນກັບສິດອໍານາດຂອງຄະນະປະຈໍາສະພາແຫ່ງຊາດ. ທ່ານນາງ ຫງວຽນທິກິມເງິນ ສະເໜີ ລັດຖະບານ, ຄະນະປະຈໍາສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ເລຂາທິການໃຫຍ່ສະພາແຫ່ງຊາດ ສືບຕໍ່ຄົ້ນຄວ້າ, ຜັນຂະຫຍາຍບັນດາມະຕິ, ຜົນການສະຫຼຸບຂອງກອງປະຊຸມໂດຍໄວ. ສໍາລັບບັນດາຮ່າງລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມ ບາງມາດຕາຂອງບັນດາລັດຖະບັນຍັດ ທີ່ກ່ຽວຂ້ອງເຖິງການວາງແຜນຜັງ ໃນວັນທີ 29 ທັນວາ ຈະລົງມະຕິຮັບຮອງເອົາ ທີ່ກອງປະຊຸມ ຄະນະພັກຂອງສະພາແຫ່ງຊາດ.

        ກ່ອນວາລະອັດກອງປະຊຸມ, ຄະນະປະຈໍາສະພາແຫ່ງຊາດໄດ້ປະກອບຄໍາເຫັນກ່ຽວກັບການປະຕິບັດບາງຂໍ້ກໍານົດຂອງກົດໝາຍກ່ຽວກັບລະບອບ, ນະໂຍບາຍສໍາລັບສະມາຊິກອົງການຈັດຕັ້ງຫວຽດນາມ ຢູ່ ຕ່າງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ