ອັດ​ກອງ​ປະ​ຊຸມ ວິ​ສາ​ມັນ​ຄັ້ງ​ທີ 5, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຊຸດ​ທີ XV

(VOVWORLD) - ຢູ່ວາລະອັດກອງປະຊຸມ, ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍບັນດາອົງການຈັດຕັ້ງສິນເຊື່ອ (ສະບັບປັບປຸງ), ມະຕິຂອງສະພາແຫ່ງຊາດກ່ຽວກັບບາງກົນໄກ, ນະໂຍບາຍພິເສດເພື່ອປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ, ມະຕິກ່ຽວກັບ ການນຳໃຊ້ບ້ວງສຳຮອງລວມ...
ອັດ​ກອງ​ປະ​ຊຸມ ວິ​ສາ​ມັນ​ຄັ້ງ​ທີ 5, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຊຸດ​ທີ XV - ảnh 1 ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)

ຕອນເຊົ້າວັນທີ 18 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ກອງປະຊຸມວິສາມັນ ຄັ້ງທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ອັດລົງ. ເຂົ້າຮ່ວມວາລະອັດກອງປະຊຸມມີທ່ານປະທານປະເທດ ຫວໍວັນເຖືອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ບັນດາອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ພ້ອມກັບສະມາຊິກສະພາແຫ່ງຊາດເກືອບ 480 ທ່ານ.

ຢູ່ວາລະອັດກອງປະຊຸມ, ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍບັນດາອົງການຈັດຕັ້ງສິນເຊື່ອ (ສະບັບປັບປຸງ), ມະຕິຂອງສະພາແຫ່ງຊາດກ່ຽວກັບບາງກົນໄກ, ນະໂຍບາຍພິເສດເພື່ອປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ, ມະຕິກ່ຽວກັບ ການນຳໃຊ້ບ້ວງສຳຮອງລວມ, ບ້ວງສຳຮອງ ງົບປະມານສູນກາງ ຂອງ ແຜນການລົງທຶນສາທາລະນະໃນໄລຍະກາງ, ແຕ່ປີ 2021 – 2025 ໃຫ້ແກ່ບັນດາກະຊວງ, ອົງການສູນກາງ, ທ້ອງຖິ່ນ ແລະ ກຸ່ມບໍລິສັດໄຟຟ້າ ຫວຽດນາມ ດ້ວຍອັດຕາເຫັນດີ ຢູ່ລະດັບສູງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ, ປີ 2024 ແມ່ນປີທີ່ມີຄວາມໝາຍສຳຄັນພິເສດ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021 – 2025 ແລະ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ທ່ານໃຫ້ຮູ້ວ່າ:

ສະພາແຫ່ງຊາດ ສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການໃນການສ້າງກົດໝາຍ, ມີການຕິດຕາມກວດກາຢ່າງມີປະສິດທິຜົນ, ວາງອອກນະໂຍບາຍຊີ້ຂາດຢ່າງທັນການ, ມີບາດກ້າວບຸກທະລຸໃນການພັດທະນາເພື່ອພ້ອມກັບລັດຖະບານ, ບັນດາອົງການໃນລະບົບການເມືອງ ປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ປີ 2024 ແລະ ໄລຍະ 2021 – 2025 ຢ່າງມີໄຊ, ນຳຫວຽດນາມໃຫ້ພັດທະນາ ຢ່າງວ່ອງໄວ ແລະ ຍືນຍົງ. ຂ້າພະເຈົ້າສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ທຸກທ້ອງຖິ່ນ ຜັນຂະຫຍາຍບັນດາມະຕິຂອງສູນກາງພັກ, ສະພາແຫ່ງຊາດ ແລະ ບັນດາເປົ້າໝາຍ, ໜ້າທີ່, ວິທີການແກ້ໄຂຢູ່ມະຕິເລກທີ 01 ແລະ ເລກທີ 02 ທີ່ໄດ້ວາງອອກໃນວັນທີ 5 ມັງກອນ 2024 ຂອງລັດຖະບານຢ່າງຄົບຊຸດ, ທັນການ ແລະ ຮອບດ້ານ ນັບແຕ່ຊຸມວັນຕົ້ນປີໃໝ່, ຕິດຕາມສະພາບການຜັນແປຢ່າງໃກ້ຊິດ, ມີການຄາດຄະເນສະພາບການຢູ່ພາຍໃນປະເທດ ແລະ ໂລກ, ມີມາດຕະການແກ້ໄຂນະໂຍບາຍທີ່ເໝາະສົມ, ມີຄວາມເປັນໄປໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ