ອັດກອງປະຊຸມການທູດ ຄັ້ງທີ 28

ອັດກອງປະຊຸມການທູດ ຄັ້ງທີ 28 - ảnh 1
ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 28
(ພາບ: chinhphu.vn)


​(vovworld) –ຕອນ​ບ່າຍ​ວັນ​ທີ 20/12, ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 28 ດ້ວຍ​ຫົວ​ຂໍ້​ວ່າ ”ການ​ທູດ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ” ​ໄດ້​ອັດ​ລົງ​ຢູ່​ຮ່າ​ໂນ້ຍ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ນ​ມິນ. ກອງ​ປະຊຸມ​ໄດ້ສະຫຼຸບ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ຖອດ​ຖອນ​ບົດຮຽນ, ຈາກ​ນັ້ນ​ວາງ​ມາດ​ຕະການ​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່​ການ​ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ກອງ​ປະຊຸມ​ກຳນົດ​ໜ້າ​ທີ່​ຂອງ​ຂະ​ແໜງ​ການ​ທູດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ: ສືບ​ຕໍ່​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​, ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ ຕິດ​ພັນ​ກັບ​ການ​ຍູ້​​ແຮງ​ການ​ເຊື່ອມ​ໂຍງ​ກັບ​ສາກົນ ດ້ວຍ​ການ​ປັບປຸງ, ​ເພີ່ມ​ທະວີ​​ແນວ​ຮົບ​ການ​ຕ່າງປະ​ເທດ - ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ປະກອບສ່ວນ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ບັນດາ​ຜົນ​ປະ​​ໂຫຍ​ດຍຸດ​ທະ​ສາດ​ຂອງ​ປະ​ເທດ​ຢ່າງ​ໝັ້ນຄົງ. ຄຽງ​ຂ້າງ​ນັ້ນ, ສືບ​ຕໍ່​ມານະ​ພະຍາຍາມ​ນຳ​ການ​ພົວພັນ​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ສາກົນ​ຢ່າງ​ມີ​ປະສິດ​ທິຜົນ. ນອກ​ນັ້ນ, ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງປະ​ເທດ​ຢ່າງ​ຄົບ​ຊຸດ ​ແລະ ຮອບດ້ານ, ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ການ​ທູດ​ດ້ານ​ການ​ເມືອງ ກັບ​ການ​ທູດ​ເສດຖະກິດ, ການ​ທູດ​ວັດທະນະທຳ, ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ສະໜັບສະໜູນ, ປົກ​ປ້ອງ​ປະຊາຊົນ, ສື່ສານ - ​ໂຄສະນາກ່ຽວ​ກັບ​ການ​ຕ່າງປະ​ເທດ, ຄົ້ນ​ຄ້ວາ, ​ເປັນ​ເສນາ​ທິການ​ດ້ານ​ຍຸດ​ທະ​ສາດ; ຍູ້​ແຮງ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ໜູນ​ຊ່ວຍ​ທ້ອງ​ຖີ່​ນຕ່າງໆ. ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ, ຂະ​ແໜງ​ການ​ທູດ ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ວຽກ​ງານ​ກໍ່ສ້າງ​ຂະ​ແໜງ, ຍົກ​ສູງ​ປະສິດ​ທິຜົນ​ການຈັດ​ຕັ້ງ​ກົງຈັກ ​ແລະ ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ.

ຂ່າວ/ບົດ​ອື່ນ