ອັດກອງປະຊຸມຂັ້ນສູງAPEC

ອັດກອງປະຊຸມຂັ້ນສູງAPEC - ảnh 1
ອັດກອງປະຊຸມຂັ້ນສູງ APEC
(ພາບອິນເຕີແນັດ)

(vovworld) - ຕອນ​ຄ່ຳ​ວັນ​ທີ 20/11 ຕາມ​ເວລາ​ທ້ອງ​ຖິ່ນ (ຕອນ​ເຊົ້າ​ວັນ​ທີ 21/11 ຕາມ​ເວລາ ຮ່າ​ໂນ້ຍ), ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ດວາງ ​ແລະ ພັນ​ລະ​ຍາ​ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ອອກ​ຈາກ​ນະຄອນ Lima ປະ​ເທດ ​ເປຣູ ສິ້ນ​ສຸດ​ການ​ເຂົ້າຮ່ວມ​ສັບປະດາ​ຂັ້ນ​ສູງ​ຄັ້ງ​ທີ 24 ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) ​ໃນ​ລະຫວ່າງ​ວັນ​ທີ 17 – 20/11/2016 ຢ່າງ​ຈົບ​ງາ​ມ.

        ກອງ​ປະຊຸມ​ຂັ້ນ​ສູງ APEC ຄັ້ງ​ທີ 24 ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ​ໂດຍ​ໄດ້ຮັບຮອງ​ເອົາ​ຖະ​ແຫຼງການ​ຂອງ​ບັນດາ​ການ​ນຳ APEC ດ້ວຍ​ເອກະສານ 2 ສະບັບ​ລວມມີ: “ຖະ​ແຫຼ​ງການ Lima ກ່ຽວ​ກັບ​​ເຂດ​ການ​ຄ້າ​ເສລີ ອາຊີ - ປາຊີ​ຟິກ” ​ແລະ “ຂັ້ນ​ຕອນ​ກ່ຽວ​ກັບ​ຄວາມ​ສາມາດ​​ແກ່ງ​ແຍ້ງ​ໃນ​ຂົງ​ເຂດ​ບໍລິການ”. ຖະ​ແຫຼ​ງການ​ຂອງ​ບັນດາ​ການ​ນຳ APEC ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ຮັກສາ​ບົດບາດນຳ​ໜ້າ​ຂອງ APEC ​ໃນ​ຄວາມເສລີ​ດ້ານການ​ຄ້າ ​ແລະ ການ​ລົງທຶນ, ​ການ​ເຕີບ​ໂຕເສດຖະກິດ​ແບບ​ຍືນ​ຍົງ ​ແລະ ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 20/11 ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ພ້ອມ​ກັບ​ບັນດາ​ການ​ນຳ APEC ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ຄົບ​ຄະນະ​ທີ 2 ດ້ວຍ​ຫົວ​ຂໍ້​ວ່າ: “ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ, ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການສຳ​ພັດ​ກັບ​ແຫຼ່ງນ້ຳ” ​ແລະ “ການຮ່ວມ​ສຳພັນ ອາຊີ - ປາຊີ​ຟິກ: ມຸ່ງ​ໄປ​ເຖິງ​ການ​ເຊື່ອ​ມຕໍ່ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ”. ນີ້​ແມ່ນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ຕົ້ນຕໍຂອງ APEC ​ໃນ​ປີ 2016.

 

 

ຂ່າວ/ບົດ​ອື່ນ